ການລະຄັ້ນໜຶ່ງ… ດົນນານມາແລ້ ມີມົດນ້ອຍຕົວໜຶ່ງ, ທຸກໆມື້ ມົດນ້ອຍຕ້ອງມາເຮັດວຽກແຕ່ເຊົ້າໆ ແລະ ລົງມືເຮັດວຽກທັນທີ,
ມົດນ້ອຍສ້າງຜົນງານຫຼາກຫຼາຍ ແລະ ມົດນ້ອຍກໍ່ມີຄວາມສຸກກັບວຽກງານດີ
ສິງໂຕທີ່ເປັນຫົວໜ້າ ກໍ່ຮູ້ສຶກແປກໃຈທີ່ມົດນ້ອຍເຮັດວຽກໄດ້ດີໂດຍທີ່ບໍ່ຕ້ອງມີການຄວບຄຸມ
ສິງໂຕເລີຍເກີດມີແນວຄິດ ຄິດໃໝ່ເຮັດໃໝ່
ໂດຍໃຊ້ແນວຄິດວ່າ ຂະໜາດບໍ່ມີຫົວໜ້າເບິ່ງວຽກງານນຳ ຍັງເຮັດວຽກງານໄດ້ດີ, ແລ້ວຖ້າມີຫົວໜ້າ ມົດນ້ອຍຕ້ອງເຮັດວຽກດີຂື້ນກວ່ານີ້ແນ່ນອນ
ສິງໂຕເລີຍຈ້າງ ແມງສາບມາເປັນຫົວໜ້າມົດນ້ອຍ ແລະ ແມງສາບມີຄວາມສາມາດເກັ່ງຫຼາຍເນື່ອງເລື່ອງການຂຽນບົດລາຍງານ,
ແມງສາບ ເລີ່ມດ້ວຍການຕັ້ງລະບົບ ລົງເວລາເຮັດວຽກ ໂດຍການຕັ້ງເຄື່ອງສະແກນນີ້ວ
ແມງສາບຕ້ອງການເລຂາມາຊ່ວຍຂຽນ, ພິມລາຍງານ, ຊົງກາເຟ, ເດີນເອກະສານ, ສົ່ງຈົດໝາຍ ແລະ ຄອຍຈັບຜິດມົດນ້ອຍ. ແມງສາບຈຶ່ງຈ້າງ ຄວາມມາເປັນເລຂາສ່ວນຕົວ.
ສິງໂຕປື້ມກັບການເຮັດວຽກຂອງແມງສາບຫຼາຍ ທີ່ໄດ້ເຮັດບົດລາຍງານ ແລະ ແນວໂນ້ມຕ່າງໆຂອງວຽກງານ ຈາກທີ່ສົ່ງໃຫ້ສິງໂຕພິຈາລະນາ ເຮັດໃຫ້ແມງສາບໄດ້ໜ້າ.
ດ້ວຍເຫດນີ້ ແມງສາບ ຈຶ່ງສະເໜີຂໍຊື້ເຄື່ອງຄອມພີວເຕີ້, ອິນເຕີເນັດ ແລະ ເຄື່ອງພິມ ເພື່ອເຮັດວຽກໃຫ້ສິງໂຕ
ແນ່ນອນວ່າຕ້ອງມີ ພະແນກ ໄອທີ ຕາມມາ
ດັ່ງນັ້ນແມງສາບຈຶ່ງຈ້າງ ເຫັບ ມາເປັນຜູ້ຈັດການດ້ານ ໄອທີ
ຕົວເຫັດກໍ່ໍຂໍງົບປະມານເພື່ອ ຈ້າງລູກນ້ອງ ແລະ ອຸປະກອນສ້ອມແປງຕ່າງໆ
ແຕ່ມົດເບື່ອ ລະບົບການເຮັດວຽກແບບໃໝ່ຫຼາຍ
ເພາະມົວແຕ່ເອົາເວລາມາລາຍງານ, ວຽກເອກະສານກໍ່ຫຼາຍ ແລະ ຕ້ອງມີປະຊຸມຕະຫຼອດ ທີ່ເສຍເວລາຫຼາຍ
ແມງສາບເຫັນມົດນ້ອຍເຮັດວຽກຊ້າລົງ ເພາະຕ້ອງຂຽນບົດລາຍງານ ຈຶ່ງຄັດເລືອກຫາຫົວໜ້າພະແນກມາຄອຍເບິ່ງ ແລະ ຈົດລາຍງານ
ຕໍາແໜ່ງຫົວໜ້າພະແນກນີ້ກໍ່ຕົກເປັນຂອງ ຫອຍທາກ
ຫອຍທາກເປັນບຸກຄະລາກອນທີ່ເຮັດວຽກໄດ້ຢ່າງຊ້າຫຼາຍ
ຈຶ່ງເຮັດໃຫ້ເບີ່ງຄືເປັນຄົນລອບຄອບ ແລະ ໄດ້ຮັບຕໍາແໜ່ງຫົວໜ້າພະແນກໄປ.
ແລະ ພະແນກທີ່ມົດນ້ອຍເຮັດວຽກຢູ່ນັ້ນກໍ່ກາຍເປັນພະແນກທີ່ໂສກເສົ້າ, ບໍ່ມີສຽງຫົວ ທຸກຄົນພາຍໃນພະແນກກໍ່ຂີ້ງຸດຫງິດງ່າຍ
ຫອຍທາກ ຂໍງົບໃນການເຮັດບົດສຳຫຼວດ ສຶກສາ ສະພາບການເຮັດວຽກທີ່ເໝາະສົມ ຫາສາເຫດທີ່ເຮັດໃຫ້ພະແນກຂອງມົດນ້ອຍເຮັດວຽກຕົກຕໍ່າລົງ
ສິງໂຕກໍ່ເຫັນວ່າພະແນກຂອງມົດນ້ອຍເຮັດວຽກຕົກຕໍ່າລົງແທ້
ຈຶ່ງເຮັດໃຫ້ສິງໂຕຈ້າງ ຕົວເຮ້ຍ ເຂົ້າມາເປັນທີ່ປຶກສາ ເພື່ອສຶກສາວິທີການທີ່ຈະເພີ່ມປະສິດທິພາບການເຮັດວຽກຂອງພະແນກມັດນ້ອຍໃຫ້ດີຂຶ້່ນ
ໂຕເຮ້ຍສະຫຼຸບໄດ້ວ່າ ທີ່ພະແນກຂອງມົດນ້ອຍ
ມີການຈ້າງຄົນຫຼາຍເກີນໄປ ເລີຍເຮັດໃຫ້ປະສິດທີພາບບໍ່ດີ
ລອງເດົາເບີ່ງບາດນີ້… ວ່າໃຜຈະຖືກປົດປ່ອຍອອກຈາກວຽກເປັນຄົນທຳອິດ.
…………
……….
………..
ມົດນ້ອຍນັ້ນເອງ
ເພາະຕົວເຮ້ຍບອກວ່າ ມົດນ້ອຍເປັນຄົນທີ່ ບໍ່ມີແຮງຈູງໃຈ ແລະ ມີທັດສະນະຄະຕິດບໍ່ດີ
ລາກ່ອນ… ມົດນ້ອຍ
ແລ້ວທ່ານເດ ເປັນໃຜໃນນີ້ແນ່ ^^