ການຄິດເກັ່ງ ເຮັດເກັ່ງ ຍັງບໍ່ສູ້ ບໍລິຫານເກັ່ງ!!

ການບໍລິຫານຢ່າໄປຄຸມງານທຸກຢ່າງແບບເກາະຕິດຈົນເກີນໄປ ຈົນເຮັດໃຫ້ຄົນເຮັດວຽກອຶດອັດ ຕ້ອງປ່ອຍໃຫ້ເຮັດແລະ ຕັດສິນໃຈພາຍໃຕ້ຂອບເຂດວຽກງານທີ່ໄດ້ຮັບມອບໝາຍ. ມີຜິດພາດແນ່ກໍ່ຖືເປັນການຮຽນຮູ້ ຕ້ອງຮູ້ຈັກໄວ້ໃຈ ແລະ ບໍລິຫານຈັດການຄົນໃຫ້ເປັນ

ບໍ່ເຊື່ອກໍ່ຢ່າໃຊ້ ຖ້າໃຊ້ກໍ່ຢ່າສົງໃສ

ສຸພາສິດຂອງເກົາຫຼີ ທີ່ຂ້ອຍມັກ ແລະ ຈື່ບໍ່ໄດ້ແລ້ວວ່າມາຈາກປື້ມເຫຼັ້ມໃດ ແຕ່ເເວລາໃຜມີປັນຫາເລື່ອງລູກນ້ອງມາປຶກສາ ຂ້ອຍກໍ່ມັກເອົາສຸພາສິດນີ້ມາເວົ້າຢູ່ຕະຫຼອດ.

ໃນການເຮັດທຸລະກິດທີ່ບໍ່ແມ່ນດ້ວຍຕົວຄົນດຽວ ເປັນເລື່ອງຢາກທີ່ຈະບໍ່ມີບັນຫາກ່ຽວກັບລູກນ້ອງ ຫຼືຄົນທີ່ດຶງມາຮ່ວມງານ ແລະ ໜື່ງໃນບັນຫາໂລກແຕກທີ່ເກີດເປັນປະຈໍາຈົນເຮັດໃຫ້ໄປສູ່ບັນຫາອື່ນໆ ນັ້ນກໍ່ຄື ບັນຫາ ‘’ ຄວາມບໍ່ໄວ້ວາງໃຈ

ຄວາມບໍ່ໄວ້ວາງໃຈມີຫຼາຍລະດັບ ຕາມແຕ່ລະດີກີ ຄວາມຂີ້ລະແວງ” ຂອງຄົນເປັນເຈົ້ານາຍ ລະດັບທຳມະດາແບບທົ່ວໆໄປ ຄື ບໍ່ໄວ້ວ່າງໃຈໃນເລື່ອງ   ຄວາມສໍາເລັດຂອງວຽກງານ” ມອບໝາຍແລ້ວຢ້ານວ່າລູກນ້ອງຈະເຮັດອອກມາບໍ່ໄດ້ຢ່າງໃຈຄິດ ອັນນີ້ເປັນຕະຫຼອດ ປານໂລກລະບາດໃນໜູ່ເຈົ້ານາຍ.

ລະດັບສູງຂື້ນມາໜ້ອຍໜື່ງ ແມ່ນບໍ່ໄວ້ວາງໃຈໃນເລື່ອງ   ຢ້ານລູກນ້ອງຈະເຮັດນອກຄໍາສັງ   ລວມໄປຮອດ   ການຫັກຫຼັງ   ຫຼື   ບໍ່ຢູ່ໃນໂອວາດ”

 ລະດັບທີ່ເຮັດໃຫ້ເຈົ້ານາຍເປັນປະສາດໄດ້ງ່າຍຄືການບໍ່ໄວ້ວາງໃຈລູກນ້ອງໃນເລື່ອງຢ້ານລູກນ້ອງ  ໂກງ

ເຈົ້ານາຍທີ່ຂີ້ລະແວງໃນລະດັບສູງຢ້ານລູກນ້ອງໂກງນີ້ ຊິວິດຈະເໜືອນຕົກນາຣົກ, ບໍ່ມີຄວາມສຸກໃນການເຮັດວຽກ ແລ້ວຖ້າມີອາລົມນີ້ ສີ່ງທີ່ຕາມມາ ບໍ່ແມ່ນແຕ່ຢ້ານ ການໂກງເທົ່ານັ້ນ ມັນຈະລາມໄປສູ່ການຢ້ານ ການຫັກຫຼັງ ຢ້ານເຮັດວຽກເສຍຫາຍ ເວົ້າງ່າຍໆຄືມັນຈະມາເປັນແພັກເກັດເລີຍແຫຼະ.

ຂ້ອຍມັກຄໍາເວົ້າຂອງນັກຂຽນເຈົ້າຂອງຜົນງານ   ເຂົາວ່າຂ້ອຍຄືມືອາຊີບ   ສຸຈິນ ຈັນນວນ ທີ່ເຄີຍກ່າວໄວ້ວ່າ ການທີ່ເຈົ້ານາຍບໍ່ໄວ້ໃຈລູກນ້ອງ ບໍ່ຄວນໂທດລູກນ້ອງ ແຕ່ຄວນໂທດໂຕເອງຫຼາຍກ່ວາ ເພາະຕອນທີ່ເຂົາເຈົ້າມາສະໜັກວຽກນັ້ນ ເຈົ້າເປັນຄົນເລືອກເຂົາ, ເປັນຄົນສຳພາດ ແລະ ທົດສອບເຂົາເອງ ໝາຍຄວາມວ່າເຈົ້າເປັນຜູ້ຕັດສິນໃຈເລືອກເຂົາເຂົ້າມາເອງ ໂດຍບໍ່ມີມີໃຜໄປບັງຄັບເຈົ້າໄດ້

ພໍເຂົ້າມາແລ້ວບໍ່ໄດ້ຢ່າງໃຈ ພັດວ່າເປັນບັນຫາຂອງລູກນ້ອງຝ່າຍດຽວ ເປັນຫຍັງບໍ່ເບີ່ງແນ່ວ່າ  ເຈົ້າຫັ້ນແລະພາດ  ເພາະເຈົ້າບໍ່ມີຄວາມສາມາດໃນການຄັດເລືອກ ຈຶ່ງເຮັດໃຫ້ເຈົ້າເລືອກພາດ ແລ້ວຈະໄປໂທດໃຜ.

ຕົງກັບພາສິດຂ້າງເທີງເລີຍວ່າ  ຖ້າບໍ່ເຊື່ອກໍ່ຢ່າໃຊ້  ໃນເມື່ອເລືອກເຂົາເຂົ້າມາເອງ ຖ້າບໍ່ເຊື່ອກໍ່ບໍ່ຄວນເລືອກ ຕັ້ງແຕ່ຕົ້ນ ບໍ່ຄວນອ້າງວ່າ ຫາຄົນບໍ່ໄດ້ເລີຍຈໍາເປັນຕ້ອງຮັບເຂົ້າມາເຮັດວຽກ. ການຮັບເຂົ້າມາເຮັດວຽກ ຕ້ອງເລືອກ  ຄົນທີ່ຄິດວ່າເໜາະສົມກັບວຽກເທົ່ານັ້ນ ຢ່າເລືອກແບບພໍໃຫ້ໄດ້ຄົນເຂົ້າມາຊ່ວຍເຮັດວຽກ ແລ້ວຄ່ອຍມາແກ້ບັນຫາກັນຕາມຫຼັງເອົາ ຖ້າເຮັດແບບນີ້ຮັບຮອງວ່າບັນຫາມີແນ່ນອນ.

ທັດສະພາກ ເລີດສະເວດຕະພົງ ເຈົ້າຂອງເພສ໌ Trick of The Trade ແນະນຳເຈົ້າຂອງທຸລະກິດທັງຫຼາຍໃນເລື່ອງການບໍລິຫານວ່າ ການຄິດເກັ່ງ ເຮັດກັ່ງ ຍັງບໍ່ສູ້  ການບໍລິຫານຈັດການເກັ່ງ  ໂດຍແນະນໍາ 4 ທັກສະທີ່ເຈົ້າຂອງກິດຈະການຄວນພັດທະນາ ດັ່ງນີ້ :

  • ຈ່າຍວຽກເກັ່ງ ຄວນຈ້າງຄົນເກັ່ງເຂົ້າມາຊ່ວຍແບ່ງເບົາພາລະ ແລ້ວເອົາເວລາຂອງໂຕເອງໄປສ້າງໂອກາດໃໝ່ໆ ໃຫ້ທຸລະກິດດີກ່ວາ
  • ລອຍຕົວເປັນ ຢ່າໄປຄຸມວຽກທຸກຢ່າງແບບເກາະຕິດເກິນໄປ ຈົນຄົນເຮັດວຽກອຶດອັດ ປ່ອຍໃຫ້ເຂົາເຮັດແລະຕັດສິນໃຈພາຍໃຕ້ຂອບເຂດທີ່ມອບໝາຍ ມີຜິດພາດແນ່ກະຖືເປັນການຮຽນຮູ້.
  • ເບີ່ງໄປທີ່ອະນາຄົດເທົ່ານັ້ນ ຄວນໃຊ້ເວລາໄປກັບການສ້າງໂອກາດໃນອະນາຄົດ ຢ່າມົວແຕ່ແກ້ບັນຫາປະຈຸບັນ. ບັນຫາບາງຢ່າງຢ່າພະຍາຍາມແກ້, ການຕັດຖີ້ມອາດງ່າຍກວ່າ ແລະ ເສຍເວລາໜ້ອຍກວ່າ.
  • ຍອມຮັບຜົນທີ່ຈະເກີດຂື້ນ ຢ່າກັງວົນກັບສິ່ງທີ່ຍັງບໍ່ເກີດຂື້ນ ຖ້າຄິດມາຢ່າງຮອບຄອບ ແລະ ຕັດສິນໃຈເຮັດແລ້ວ ກໍ່ຄວນເຮັດໃຫ້ເຖີງທີ່ສຸດ.

ສີ່ງທີ່ ທ່ານ ທັດສະພາກ ຍໍ້າກໍ່ຄື ຕ້ອງກ້າເຊື່ອ ແລະ ໄວ້ໃຈລູກນ້ອງ  ເພາະລູກນ້ອງຈະເປັນຜູ້ແບ່ງເບົາພາລະວຽກງານທີ່ແສນຈະວຸ້ນວາຍໃນແຕ່ລະມື້ອອກໄປ ເຊິ່ງເຈົ້ານາຍຄວນເອົາເວລາໄປເຮັດເລື່ອງອື່ນທີ່ສຳຄັນກວ່າ.

ວິທີການແກ້ໄຂບັນຫາເລື່ອງຄວາມຂີ້ລະແວງນີ້ ຕ້ອງເລີ່ມຕົ້ນທີ່ຕົວເຈົ້ານາຍເສຍກ່ອນ ເພາະເປັນຜູ້ທີ່ເລືອກລູກນ້ອງໃຫ້ມາຊ່ວຍແບ່ງເບົາພາລະ ຈື່ງບໍ່ຄວນມາກ່າວໂທດວ່າລູກນ້ອງຜິດ ລອງເບີ່ງວ່າອາການຂີ້ລະແວງແຕ່ລະປະເພດ ຄວນແກ້ໄຂຈັ່ງໃດ

ປະເພດທີ 1  ບໍ່ໄວ້ໃຈເລື່ອງຄວາມສຳເລັດຂອງວຽກ  ຕ້ອງປັບປ່ຽນມຸມມອງສະໃໝ່ ໃຫ້ເປັນຄົນທີ່ຄິດສ້າງລູກນ້ອງ ບໍ່ແມ່ນໃຊ້ແຕ່ວຽກລູກນ້ອງ ການມອບໝາຍວຽກແຕ່ລະຄັ້ງ ເປັນການສ້າງໂອກາດໃນການຮຽນຮູ້ໃຫ້ລູກນ້ອງ ໃນເມື່ອເປັນການ  ຮຽນຮູ້ ກໍ່ຕ້ອງທໍາໃຈວ່າ  ຄວາມຜິດພາດຍ່ອມເກີດຂື້ນໄດ້. ຜິດເປັນຄູ ບູຮານວ່າໄວ້ ຄວນທ່ອງໃຫ້ຂຶ້ນໃຈ ເມື່ອລູກນ້ອງທໍາຜິດພາດ ເຂົາຍ່ອມໄດ້ຄວາມຮູ້ວ່າ ເຮັດແບບນີ້ກໍ່ໃຫ້ເກີດຄວາມຜິດພາດ ບໍ່ຄວນເຮັດຊໍ້າ ແຕ່ຖ້າລູກນ້ອງຄົນໃດເຮັດຜິດຊໍ້າໆ ຊາກໆ ແບບນັ້ນກໍ່ບໍ່ສົມຄວນໃຫ້ອະໄພ ຕ້ອງລົງໂທດແນ່ ຫາກຫຼາຍເທື່ອ ໂທດໃຫ້ອອກກໍ່ຕ້ອງໃຊ້ຫາກຈໍາເປັນ.

ປະເພດທີ 2  ຢ້ານເຮັດນອກຄໍາສັ່ງ ບໍ່ຢູ່ໃນການປົກຄອງ  ເລື່ອງນີ້ເລີ່ມຕົ້ນທີ່ການເວົ້າຈາທໍາຄວາມເຂົ້າໃຈກັນ ເພາະການເຮັດນອກຄໍາສັ່ງ ເບີ່ງໄດ້ວ່າອາດມາຈາກບັນຫາຝັ່ງລູກນ້ອງແທ້ໆ ຫຼື ບາງທີກໍ່ມາຈາກຝັ່ງເຈົ້ານາຍເອງ ຖ້າມາຈາກຝັ່ງລູກນ້ອງ ເປັນປະເພດລູກນ້ອງມັກໂຊຄວາມສາມາດ, ໜັ້ນໃຈຕົວເອງເກິນຂອບເຂດ ແບບນັ້ນກໍ່ຄົງຕ້ອງມີການສະກັດດາວລຸ້ງກັນແນ່ ເວົ້າຈາກັນໄວ້ກ່ອນເລີຍວ່າ ອັນໃດຄືອໍານາດໜ້າທີ່ຂອງເຂົາ ອັນໃດຖືວ່າເຮັດເກີນຄໍາສັ່ງ ແລ້ວບົດລົງໂທດເປັນແນວໃດ.

ແຕ່ສ່ວນຫຼາຍການເຮັດນອກເໜືອຄໍາສັ່ງ ເປັນຜົນມາຈາກເຈົ້ານາຍທີ່ຂາດທັກສະການສື່ສານ ພາສາບ້ານໆ ເອີ້ນວ່າ  ເຈົ້ານາຍເວົ້າຈາບໍ່ຮູ້ເລື່ອງ  ລູກນ້ອງຟັງຄໍາສັ່ງແລ້ວບໍ່ເຂົ້າໃຈ ຕ້ອງຕີຄວາມໝາຍເອງ ຈົນນໍາໄປສູ່ການເຮັດບໍ່ຕົງກັບຄໍາສັ່ງ ບວກກັບເຈົ້ານາຍຂີ້ລະແວງຢູ່ແລ້ວ ເຈົ້ານາຍເລີຍຕີຄວາມໝາຍວ່າ ລູກນ້ອງບໍ່ຢູ່ໃນການປົກຄອງ.

ເຈົ້ານາຍບາງຄົນບໍ່ເຖິງຂັ້ນເວົ້າຈາບໍ່ຮູ້ເລື່ອງ ແຕ່ມັກດ່າລູກນ້ອງ ຈົນລູກນ້ອງຢ້ານ  ເວລາສັ່ງວຽກ ລູກນ້ອງກໍ່ບໍ່ກ້າທີ່ຈະຖາມຄືນ ເຖີງຈະບໍ່ເຂົ້າໃຈກໍ່ຕາມ, ຢ້ານຖືກຮ້າຍໃນທໍານອງວ່າໂງ່ ຈື່ງເດົາເອົາ ແລະ ເຮັດຕາມການຄາດເດົາ ຜົນອອກມາແຮງເຮັ່ງກວ່າເກົ່າ, ຖືກດ່າຫລາຍກວ່າເກົ່າ, ແຖມຖືກລົບເຄຣ໌ດິດຄວາມໄວ້ວາງໃຈນຳອີກ.

ຖ້າສາເຫດມາຈາກເຈົ້ານາຍແບບນີ້ ຄົງຕ້ອງແກ້ທີ່ຕົວເຈົ້ານາຍຫັນລະ ຈະໄປແກ້ທີ່ລູກນ້ອງຢ່າງດຽວ ຄົງບໍ່ແມ່ນວິທີແກ້ໄຂບັນຫາທີ່ຖືກຈຸດ.

ປະເພດທີ 3  ຢ້ານລູກນ້ອງໂກງ  ເລື່ອງນີ້ປ້ອງກັນໄດ້ ຖ້າເຈົ້ານາຍຮູ້ຈັກການວາງລະບົບການທີ່ສາມາດກວດສອບຕິດຕາມໄດ້ ການໂກງມັກເກີດກັບເງິນ ຫຼື ຊັບສິນ ລະບົບບັນຊີທີ່ດີຕ້ອງປ້ອງກັນບັນຫາການໂກງໄດ້ ເມື່ອວາງລະບົບທີ່ດີ ກໍ່ຕ້ອງບໍ່ລືມກວດສອບເປັນໄລຍະຢ່າງສະໜໍ່າສະເໝີ. ຢ່າຟ້າວເບີ່ງຄົນທີໃນແງ່ບໍ່ດີ, ເບີ່ງວ່າເຂົາຕ້ອງໂກງ. ເລື່ອງຍັງບໍ່ເກີດ ຢ່າຄິດຫຼາຍ. ແຕ່ຖ້າເກີດການໂກງແທ້ໆ ຕ້ອງບໍ່ໃຫ້ອະໄພ ໂທດໃຫ້ອອກຈາກວຽກເປັນຂັ້ນເບົາສຸດ ສ່ວນຈະດໍາເນີນຄະດີນໍາຫຼືບໍ່ ກໍ່ພິຈາລະນາຄວາມຜິດໜັກເບົາຊໍ່າໃດ ເພື່ອເປັນຕົວແບບໃຫ້ກັບຄົນອື່ນໆ ບໍ່ໃຫ້ເອົາເປັນແບບຢ່າງ.

ເອົາເວລາໄປຄິດອານາຄົດດີກວ່າ ຢ່າວົນກັບການ  ລະແວງ  ເລືອກຄົນທີ່ໜ້າໄວ້ໃຈ ແລ້ວກໍ່ຄວນໄວ້ໃຈ.

 

ແປໂດຍ: ກີ່ໂຕ້ ສີສົມພູ

ອ້າງອີງ