Michael Hanna ພິກວິກີດໃຫ້ເປັນໂອກາດ ລາວໄດ້ຖືກເຊີນອອກຈາກວຽກໃນໄວ 47 ປີ ແລະເສັ້ນທາງສູ່ເຈົ້າຂອງທຸລະກິດຂາຍເສື່ອນອນທີ່ລາວບອກວ່າບໍ່ເສຍໃຈເລີຍທີ່ຕົກງານ
ເລື່ອງລາວທີ່ສ້າງແຮງບັນດານໃຈໃຫ້ກັບຂ້ອຍທຸກຄັ້ງຄື ເລື່ອງພິກວິກີດໃຫ້ເປັນໂອກາດຂອງຄົນທີ່ກຳລັງພະເຊີນກັບຈຸດຕົກຕໍ່າຄັ້ງໃຫຍ່ຂອງຊີວິດ Michael Hanna ຊາວເມືອງ Portland USA ເປັນຊາຍໄວກາງຄົນຜ່ານປະສົບການເຮັດວຽກກັບອົງກອນໃຫຍ່ ໃນອາເມລິກາມາຫຼາກຫຼາຍທັງຜູ້ລາຍງານຂ່າວ ແລະ ຕໍ່າແໜ່ງສຸດທ້າຍຄືຫົວໜ້າທີມຂາຍໂຄສະນາມືທອງທີ່ຄຸມທີມຂາຍ 40 ຊີວິດເຮັດກໍາໄລໃຫ້ບໍລິສັດອອນໄລຣ໌ຍັກໃຫຍ່ຄື COMCAST.com ແຕ່ແລ້ວມື້ໜື່ງໃນໄວ 47 ປີ ກັບຕໍາແໜ່ງການງານອັນໜັ້ນຄົງຂອງ Michael H. ລາວຖືກຜູ້ບໍລິຫານເອີ້ນໄປແຈ້ງຂໍເຊີນລາວອອກຈາກບໍລິສັດດ້ວຍເຫດຜົນ ເສດຖະກິດຕົກຕໍ່າ ບໍລິສັດຕ້ອງການຫຼຸດຄົນງານອອກ ຫຼັງຜູ້ບໍລິຫານແຈ້ງແລ້ວໆ ເລຂາກໍ່ນໍາກ່ອງເກັບເຄື່ອງມາວາງໄວ້ເປັນການບີບບັງຄັບເອົາແບບດື້ໆ ແບບບໍ່ມີການອຸທອນ. Michael H. ເກັບເຄື່ອງຂອງກັບບ້ານແບບງົງໆ ແລະທີ່ສໍາຄັນ ຢູ່ເຮືອນລາວຍັງມີພາລະ ການສຶກສາຂອງລູກໆສອງຄົນ ເມຍ ແລະ ຄ່າໃຊ້ຈ່າຍລົດ ເຮືອນ ແລະໜີ້ສິນອີກຫຼາຍໆຢ່າງ.
ສີ່ງທໍາອິດທີ່ Michael Hanna ເຮັດຫຼັງອອກວຽກ
ຄືອອກຫາວຽກໃໜ່ ລາວບໍ່ລໍຊ້າທີ່ຈະຟ້າວຂຽນຈົດໜາຍ ແລະ ໂທລະສັບໄປຫາບໍລິສັດແລະຜູ້ຄົນຕ່າງໆທີ່ລາວເຄີຍຮູ້ຈັກໃນວົງການທີ່ກ່ຽວຂ້ອງ ບໍ່ວ່າຈະເປັນວົງການຂ່າວ ວົງການທຸລະກິດອິນເຕີເນັດ ລາວເຊື່ອວ່າປະສົບການອັນດົນນານ ແລະ Connection ທີ່ລາວມີຈະຊ່ວຍລາວໄດ້ວຽກໃນຕໍ່າແໜ່ງດີໆ ແລະ ເງິນເດືອນສູງໆອີກຄັ້ງ ແຕ່ມັນບໍ່ເປັນຄືທີ່ລາວຄິດໄວ້ ບໍ່ມີໃຜສົນໃຈຮັບ Michael H. ເຂົ້າເຮັດວຽກ. ຕະຫຼາດແຮງງານໃນ Portland ກໍ່ຕົກຕໍ່າ ຄົນໃນຕໍາແໜ່ງສູງໆ ຕົກງານຄືໆກັນແລະບໍ່ມີໃຜຕ້ອນຮັບຄົນໄວ 40 ປິ ທີ່ມີຖານເງິນເດືອນສູງໆ ເຂົ້າກັບເຮັດວຽກລວມໄປເຖິງຕົວລາວເອງ.
Michael H. ດີ້ນລົນຕິດຕໍ່ຜູ້ຄົນເປັນຈໍານວນຫຼວງຫຼາຍເຮັດວຽກແຂ່ງກັບຄ່າໃຊ້ຈ່າຍທີ່ມີ ເຂົ້າມາໃນຊີວິດ ທຸກເວລາ. ຈົນກະທັ້ງລາວໄດ້ພົບກັບຄົນຮູ້ຈັກ Steve ແລະ Debbie Schneiderman ເຊີ່ງຕອນນັ້ນພວກເຂົາເຮັດທຸລະກິດເຟີນິເຈີຢູ່ອີກເມືອງໜື່ງ ແລະ ບອກກັບ Michael H. ວ່າມີບໍລິສັດເຟີນິເຈີລາຍໜື່ງຢາກປ່ອຍເສື່ອນອນ ( mattress ) ຈໍານວນເຕັມຄັນລົດສິບລໍ້ແບບຖືກໆ ເພື່ອລ້າງສະຕ໋ອກໃນລາຄາ $9,000 ຫຼື ປະມານ 270,000 ບາດ Michael H. ຟັງຂ່າວແລ້ວຕັດສິນໃຈຮ່ວມຫຸ້ນກັບຄອບຄົວ Schneiderman ຊື້ເສື່ອນອນແລ້ວມາປະກາດຂາຍໃນພວກ Classified Website ( ເວັບປະກາດຂາຍແນວthaisecondhand.com ) ພາຍໃນເດືອນດຽວພວກເຂົາກໍ່ຂາຍເສື່ອນອນໄດ້ທັງໜົດແລະແບ່ງກໍາໄລກັນ Michael H. ຈີ່ງເກີດຄວາມຫວັງແລະລອງຫັນມາຈັບທຸລະກິດຂາຍເສື່ອນອນ ໂດຍລາວເອງບໍ່ມີປະສົບການເລື່ອງຂາຍເສື່ອນອນແລະບໍ່ເຄີຍເຮັດທຸລະກິດຊື້ຂາຍມາກ່ອນ! ຈົນເມຍຂອງລາວຍັງບອກວ່າ “ ເຈົ້າບ້າໄປແລ້ວ ” .
Mattress Lot ທຸລະກິດຂາຍເສື່ອນອນລາຄາຖືກໂດຍຜູ້ປະກອບການໃໜ່ແກະກ່ອງ
Michael H. ອອກຄົ້ນຫາສະຖານທີ່ເປີດຮ້ານຂາຍເສື່ອນອນ ເຂົາຕິດຕໍ່ຂໍເຊົ່າພື້ນທີ່ເຕັ້ນລົດທີ່ປິດກິດຈະການໄປແລ້ວ ເພາະເຕັ້ນລົດເປັນອາຄານຊັ້ນດຽວແຕ່ມີພື້ນທີ່ກວ້າງເໜາະສົມແກ່ການປະຍຸກໃຊ້ເປັນຮ້ານຂາຍເສື່ອນອນ ລາວຕິດຕໍ່ເຈລະຈາຫາແຫຼ່ງກັບຜູ້ຊາຍຂາຍເສື່ອນອນລາຍໃຫຍ່ໆ ລາວຕຽມງານໄປຕາມສັນຊາດຕະຍານໂດຍບໍ່ໄດ້ມີແຜນທຸລະກິດຂັ້ນເທບແບບ CEO ແບບໃດທັງນັ້ນ ຈາກນັ້ນລາວກໍ່ເອົາເຮືອນອາຍຸ 12 ປີ ສົມບັດໃຫຍ່ອັນສຸດທ້າຍໄປຈໍານໍາຂໍເງິນກູ້ຈາກທະນາຄານມາລົງທຶນເປີດກິດຈະການຮ້ານຂາຍເສື່ອນອນຊື່ Mattress Lot (www.mattresslot.com) ແລະຍໍ້າອີກຄັ້ງລາວບໍ່ມີຄວາມຮູ້ໃນເລື່ອງຂອງ ເສື່ອນອນ ຫຼື ແມ້ແຕ່ການບໍລິຫານກິດຈະການການຄ້າອັນໃດໆມາກ່ອນ ມື້ເປີດຮ້ານ ລາວຈ້າງຄົນມາອັດວິດີໂອຄຣິບຕັດຕໍ່ລົງ Youtube ຂື້ນປ້າຍຮ້ານ ລົງໂຄສະນາໃນເວບໄຊຣ໌ແລ້ວກໍ່ Go Live!
ເວລາຜ່ານໄປໜື່ງເດືອນກໍ່ແລ້ວ ສອງເດືອນກໍ່ແລ້ວ ຍອດຂາຍໄປແບບເລື່ອຍເປື່ອຍ Michael H. ເລີ່ມກັງວົນກັບທຸລະກິດລາວຈື່ງເລີ່ມຄິດວ່າລາວຜິດພາດບ່ອນໃດ ລາວຈ້າງທີ່ປືກສາດ້ານການຂາຍມາລົມຫາແນວທາງ ລາວຈື່ງໄດ້ຮູ້ວ່າ ເມືອເຂົາຂາຍສີ່ງໃດ ເຂົາຕ້ອງມີຄວາມຮູ້ໃນສີ່ງນັ້ນ ລາວເລີ່ມສຶກສາລາຍລະອຽດທາງເທັກນິກຂອງເສື່ອນອນ ໂຄ້ງສ້າງຂອງເສື່ອນອນ ຄຸນນະພາບຂອງເສື່ອນອນ ເພື່ອໃຫ້ສາມາດອະທິບາຍໄດ້ແລະຂາຍເປັນ ຈາກນັ້ນລາວຄິດ Campaign ການຕະຫຼາດສຸດແນວຄືການສ້າງລົດ Trailer ບັນທຸກເສື່ອນອນມັດໄວ້ກັບທ້າຍລົດແລ້ວຖີບລົດໄປສົ່ງເຄື່ອງໃຫ້ລູກຄ້າ ໂດຍທີ່ລົດ trailer ຕິດປ້າຍຊື່ຮ້ານເອົາໄວ້ ປ້າຍຊື່ຮ້ານແປະຕິດແບບບ້ານໆ ປະກົດວ່າໄດ້ຜົນຫຼາຍ ເພາະມັນເຮັດໃຫ້ຄົນຮູ້ຈັກລາວໄປທົ່ວບ້ານທົ່ວເມືອງ ຄົນທີ່ພົບເຫັນກໍ່ລຸມຖ່າຍຮູບແລະຖ່າຍວິດີໂອຄຣິບຈາກມືຖືແລ້ວເອົາໄປແຊຣ໌ໃນອິກເຕີເນັດຈົນຂ່າວສານແພ່ກະຈາຍໄປໄກຜູ້ຄົນຕ່າງຫຼັ່ງໄຫຼໄປຊົມຮ້ານ Mattress Lot ແລະເຈົ້າຂອງຮ້ານຕະກູນ Hanna ກໍ່ມີຄວາມຫຼາຍພໍທີ່ຈະອະທິບາຍລາຍລະອຽດຂອງເສື່ອນອນແລະປິດການຂາຍໄດ້ ຄວາມສໍາເລັດກໍ່ເລີ່ມກໍ່ຕົວຂື້ນ ພາຍໃນເດືອນທີ 6 ຂອງການເປີດຮ້ານ ຄອບຄົວ Hanna ເລີ່ມມີກໍາໄລຈາກການຂານເສື່ອນອນແບບກະໂດດຢ່າງໄວວາແລະເຕີບໂຕຈົນຮອດປະຈຸບັນ.
ຊີວິດໃນມື້ນີ້ຂອງ Michael Hanna….. ເມືອຍ! ແຕ່ມີຄວາມສຸກ
ຄິດແລ້ວໃຈຫາຍ ຈາກມື້ແລກທີ່ຖືກເຊີນອອກວຽກ Michael Hanna ບໍ່ເຄີຍກັບມາໃສ່ສູດຜູກເນັກໄທຮ໌ໂກ້ໆ ອີກເລີຍ ລາວໃສ່ຊຸດນັກກິລາ ໜວກແກັບແລະປັ່ນລົດຖີບສົ່ງເສື່ອນອນ ຈາກຜູ້ບໍລິຫານ ມາສູ່ເຈົ້າຂອງກດຈະການທີ່ຕ້ອງລົງມືເຮັດວຽກແບບຄົນໃຊ້ແຮງງານ ຂົນເສື່ອນອນ ສົ່ງເສື່ອນອນ ອິດເມື່ອຍ ປວດຫຼັງ ແຕ່ໂຄດດດດດດດດ ມີຄວາມສຸກ “ But I’ve never been happier in my life ” ນີ້ຄືຄໍາສາາລະພາບຂອງລາວ ພາລະເຕັມມື ແລະ ຕ້ອງເລີ່ມຕົ້ນຫາທາງໃໜ່ຈາກສູນ ລາວຮູ້ດີວ່າອາຍຸຊໍ່າລາວທີ່ອີກບໍ່ກີ່ປີຈະກະສຽນ ຖ້າຈະເລີ່ມເຮັດອັນໃດໃໜ່ໆ ຫາກມັນພາດແລ້ວກໍ່ຄືພາດເລີຍ ຖາມວ່າລາວມີຄວາມຢ້ານບໍ່ ? – ລາວຢ້ານຫຼາຍໆ ແລະເມຍຂອງລາວຄອຍຄິດຈະໃຫ້ກັບໄປຫາວຽກງານປະຈໍາເຮັດຄືເກົ່າ – ແຕ່ລາວເອົາຊະນະຄວາມຢ້ານດ້ວຍການຕັດສິນໃຈຢ່າງເດັດຂາດຍ່າງໄປທາງໜ້າແລະບໍ່ເບີ່ງທາງກັບທາງເກົ່າ.