PRINCO ຍີ່ຫໍ້ CD ແລະ DVD ເປົ່າທີ່ຫຼາຍຄົນຄຸ້ນເຄີຍ ເປັນຍີ່ຫໍ້ຈາກປະເທດໄຕ້ຫວັນ ໄດ້ປະກາດຢຸດການຜະລິດແລ້ວ. ແຕ່ວ່າຍັງມີເຄື່ອງໃນສາງຫຼາຍພໍສົມຄວນ ເຊິ່ງຈະຍັງຄົງຂາຍຕໍ່ໄປຈົນກວ່າເຄື່ອງຈະໝົດສາງ.
ຈາກທີ່ຄວາມນິຍົມຂອງແຜ່ນ CD/DVD ລົດລົງຢ່າງຕໍ່ເນື່ອງ ສັງເກດໄດ້ຈາກຄອມພີວເຕີ້ ແລະ ໂນດບຸກລຸ່ນໃໝ່ໆຫຼາຍໆລຸ້ນຈະບໍ່ມີຊ່ອງ CD/DVD. ມີອຸປະກອນບັນທຶກຂໍ້ມູນອື່ນໆເຂົ້າມາແທນຕັ້ງແຕ່ External HDD/SSD, Flash Drive USB ແລະ Memory Card ຕ່າງໆ ທີ່ນັບມື້ຈະມີຂະໜາດບັນຈຸສູງຂື້ນເລື້ອຍໆ ແລະ ມີລາຄາທີ່ຖືກລົງ ລວມເຖິງອິນເຕີເນັດທີ່ໄວຂຶ້ນອັນເຮັດໃຫ້ການບັນທຶກຂໍ້ມູນເທິງ Cloud ກໍ່ເປັນທີ່ນິຍົມຫຼາຍຂຶ້ນ.
ສ່ວນອຸປະກອນບັນທຶກແບບແຜ່ນກໍ່ມີເທັກໂນໂລຢີໃໝ່ກວ່າເຊັ່ນ Blu-ray ເຊິ່ງເລີ່ມໄດ້ຮັບຄວາມນິຍົມ ແລະ ໃນອະນາຄົດຄາດວ່າຈະມີລາຄາທີ່ຖືກລົງ ແລະ ຊອກຊື້ໄດ້ງ່າຍຂຶ້ນ.
ດ້ວຍເຫດຜົນເຫຼົ່ານີ້ເຮັດໃຫ້ເທັກໂນໂລຢີນີ້ເລີ່ມຈາງຫາຍໄປເລື້ອຍໆ.