ທຸກຄົນຄົງຮຸ້ກັນດີ ກັບຍີ່ຫໍ້ໂທລະມືຖື Nokia ອະດີດຍັກໃຫຍ່ຂອງວົງການທຸກລະກິດມືຖືຂອງໂລກ. Nokia ເຄີຍເປັນເບຣນມືຖືໜຶ່ງທີ່ມີຄວາມແຂງແກ່ນທາງທຸລະກິດຫຼາຍ ແຕ່ເມືອເຖິງເວລາທີ່ຈະຕ້ອງປ່ຽນຜ່ານຈາກເທັກໂນໂລຢີຍຸກເກົ່າ ເຂົ້າສູ່ການພັດທະນາສະມາດໂຟນທີ່ໃຊ້ກັບລະບົບປະຕິບັດການຍຸກໃໝ່ ທາງ Nokia ເລືອກທີ່ຈະກ້າວໄປໃນເສັ້ນທາງຂອງ Windows Phone ທີ່ Nokia ເອງຄາດວ່າຈະຕ້ອງໄປໄດ້ໄກກວ່າລະບົບປະຕິບັດການອື່ນໆ. ແຕ່ສຸດທ້າຍຜົນທີ່ອອກມາພັດບໍ່ເປັນໄປຕາມທີ່ຄາດຄິດໄວ້ ເພາະສະມາດໂຟນຕະກູນ Nokia Lumia ແຕ່ລະລຸ້ນທີ່ໄດ້ເປີດໂຕມາ ບໍ່ສາມາດເຮັດຍອດຂາຍໄດ້ດີ ສາເຫດຫຼັກແມ່ນ ຍ້ອນແອບພລິເຄຊັ່ນໃນ windows store ຍັງມີບໍ່ຫຼາຍພໍ່ກັບການໃຊ້ງານຂອງຜູ້ບໍລິໂພກທົ່ວໄປ ເນື່ອງຈາກວ່າທາງຜູ້ພັດທະນາແອບພລິເຄຊັ່ນສ່ວນຫຼາຍເລືອກທີ່ຈະໄປພັດທະນາແອບພລິເຄຊັ່ນໃນລະບົບປະຕິບັດການທີ່ມີຜູ້ໃຊ້ຫຼາຍກວ່າ ເປັນຕົ້ນລະບົບປະຕິບັດການ Android ແລະ iOS. ຈາກເຫດຜົນຂ້າງເທິງ ເປັນປັດໃຈທີ່ເຮັດໃຫ້ Nokia ຕ້ອງຫາທາງອອກດ້ວຍການຂາຍທຸລະກິດໃຫ້ກັບ Microsoft ທີ່ເປັນຍາພໍ່ຂອງວົງການໄອທີ.
ຜູ້ບໍລິຫານຂອງ Nokia ເຄີຍກ່າວຄຳເວົ້າປະໂຫຍກໜຶ່ງພ້ອມນຳ້ຕາ ໃນງານຖະແຫຼງຂ່າວທີ່ Nokia ຕ້ອງກາຍເປັນສ່ວນໜຶ່ງຂອງ Microsoft ໃນຕອນທ້າຍການຖະແຫຼງຂ່າວວ່າ “ພວກເຮົາບໍ່ໄດ້ເຮັດຫຍັງຜິດ ແຕ່ສຸດທ້າຍເຮົາກາຍເປັນຜູ້ແພ້”. ແນ່ນອວ່າ Nokia ບໍ່ໄດ້ເຮັດຫຍັງຜິດເລີຍແມ້ແຕ່ໜ້ອຍ ແຕ່ໂລກຂອງເຕັກໂນໂລຢີປ່ຽນແປງໄວຫຼາຍ ແລະ ຄູ່ແຂ່ງແຕ່ລະແບຣນກໍ່ມີກົນລະຍຸດທີ່ແຂງແກ່ນຂຶ້ນເລື້ອຍໆ. ດັ່ງນັ້ນ ສິ່ງທີ່ເຮັດໃຫ້ Nokia ຕ້ອງຕົກຢູ່ໃນຈຸດນີ້ກໍຄື ຄວາມໝັ້ນໃຈໃນຕົວເອງຫຼາຍເກີນໄປ
ເຊິ່ງຄວາມໝັ້ນໃຈນີ້ ເຮັດໃຫ້ Nokia ເສຍໂອກາດທີ່ຈະໄດ້ຮັບເງິນກ້ອນໃຫຍ່ທີ່ຈະຊ່ວຍໃຫ້ບໍລິສັດກ້າວໜ້າຕໍ່ໄປ ລວມໄປເຖິງ ການເສຍໂອກາດທີ່ຈະເອົາຕົວລອດຈາກການແຂ່ງຂັນອັນດຸເດືອດໃນເວລານັ້ນ.
ເຖິງຢ່າງໃດກໍ່ດີ ຈຸດສຳຄັນຂອງບົດຄວາມນີ້ກໍ່ຄື “ຖ້າເຮົາຍັງບໍ່ຍອມປ່ຽນ ເຮົາຈະຖືກຄັດອອກຈາກການແຂ່ງຂັນທັນທີ” ເຊິ່ງບໍ່ກ່ຽວວ່າເຮົາຈະຖືກ ຫຼື ຜິດ. ຖ້າເຮົາຕາມກະແສໂລກບໍ່ທັນ ເຮົາກໍ່ອາດຈະພາຕົວເອງໄປຢູ່ຈຸດທີ່ມີຄວາມສ່ຽງ ທີ່ພ້ອມຈະລົ້ມລົງໄດ້ທຸກເມື່ອ. ດັ່ງນັ້ນຈຶ່ງມີຂໍ້ສະຫຼຸບງ່າຍໆ ມາໃຫ້ທຸກທ່ານໄດ້ອ່ານ ແລະ ລອງເອົາໄປພິຈາລະນາເບິ່ງ ວ່າຖ້າເຮົາເປັນຜູ້ນຳທຸລະກິດ ແລະ ຢູ່ໃນຊ່ວງຂອງການປ່ຽນຜ່ານ ເຮົາຄວນຈະຕັດສິນໃຈໄປໃນແນວທາງໃດຕໍ່ໄປ ເພື່ອໃຫ້ທຸລິດຢູ່ລອດ.
- ຜົນປະໂຫຍດຕ່າງໆ ທີ່ເຮົາມີມື້ວານນີ້ ຈະຖືກແທນທີ່ດ້ວຍກະແສຄວາມນິຍົມຂອງມື້ອື່ນ ແລະ ຖ້າຫາກຄູ່ແຂ່ງຂອງເຮົາຮູ້ທັນ ແລະ ນຳກະແສໄປຢ່າງຖືກວິທີ ເຮົາກໍ່ສາມາດລົ້ມໄດ້ ເຖິງວ່າເຮົາຈະບໍ່ໄດ້ເຮັດສິ່ງໃດຜິດພາດເລີຍກໍ່ຕາມ.
- ການປ່ຽນແປງ ແລະ ການພິສູດຕົນເອງ ຈາກຄວາມຕ້ອງການຂອງທ່ານ ເປັນການມອບໂອກາດທີ່ສອງທີ່ຈະພັດທະນາຕໍ່ ແຕ່ການຖືກບີບຈາກຜູ້ອື່ນ ທີ່ກໍ່ໃຫ້ເກີດການປ່ຽນແປງນັ້ນ ປຽບເໝືອນການຖືກຖິ້ມໃຫ້ຕ້ອງຢູ່ທາງຫຼັງຢ່າງໂດດດ່ຽວ.
ສຳລັບຜູ້ທີ່ກຳລັງປະກອບທຸລະກິດບາງຢ່າງຢູ່ໃນຂະນະນີ້ ການປ່ຽນແປງຄັ້ງສຳຄັນຂອງ Nokia ອາດຈະເປັນກໍລະນີສຶກສາອັນດີໃຫ້ກັບທ່ານ ເພາະການປະຕິເສດທີ່ຈະຮຽນຮູ້ ແລະ ພິສູດຕົວເອງນັ້ນ ອາດຈະນຳບົດຮຽນລາຄາແພງ ເກີນຄວາມຄາດຄິດມາສູ່ເຮົາໄດ້.