ຄວາມຄືບຫນ້າການກໍ່ສ້າງຂົວຂ້າມນໍ້າງື່ມບ້ານທ່າກົກໄຮ ຫລັງເຮືອຫລົ້ມມີນັກຮຽນເສຍຊີວິດ 14 ຄົນ ປີ 2015
ບາງທ່ານອາດຈື່ເຫດການເຮືອຂົນນັກຮຽນໄປສອບເສັງຫລົ້ມຢູ່ບ້ານນາບົງ-ທ່າກົກໄຮຢູ່ເມືອງປາກງື່ມໃນ 2015 ເວລານັ້ນມີນັກຮຽນເສຍຊີວິດປະມານ 14 ຄົນ ແລະ ກໍເປັນເຫດການສະເທືອນໃຈ ແລະ ເສົ້າສະຫລົດໃຈທີ່ສຸດ ເຊິ່ງມີໃຜອາດລື່ມໄດ້. ຈາກເຫດການທີ່ເກີດຂຶ້ນຄັ້ງນັ້ນສົ່ງຜົນເຮັດໃຫ້ເສດຖີຄົນຫນຶ່ງມີ ນາມວ່າ ທ່ານ ປີເຕີຈັນ ປະທານກຸ່ມບໍລິສັດລາວເວີນໄດ້ປິກາດວ່າຕົນເອງຈະສະຫລະເອົາຊັບສ່ວນຕົວມາສ້າງຂົວແຫ່ງນີ້ ແລະ ຈະບໍ່ໃຫ້ນັກໄດ້ເຮືອຂ້າມອີກຕໍ່ໄປ
ຫລ້າສຸດວັນທີ 2/7/2017 ມີທ່ານ ຄໍາພັນໄດ້ນໍາພາບຄວາມຄືບໜ້າໂຄງການກໍ່ສ້າງຂົວຂ້າມນໍ້າງື່ມທີ່ບ້ານນາບົງ-ທ່າກົກໄຮ່ເມືອງປາກງື່ມ ນະຄອນຫລວງວຽງຈັນມາໃຫ້ເພື່ອນເຟສບຸກໄດ້ເບິ່ງ ເຊິ່ງເປັນທີ່ຫນ້າປະທັບໃຈ ເມື່ອເຫັນນັກວິຊາການ ແລະ ກໍາມະກອນພວມຂຸ້ນຂ້ຽວກໍ່ສ້າງຢ່າງຫ້າວຫັນເພື່ອໃຫ້ສໍາເລັດຕາມແຜນ ເຖິງແມ່ນວ່າການກໍ່ສ້າງຕົວຈິງຊັກຊ້າ ແຕ່ກໍຖືວ່າເປັນຄວາມພະຍາຍາມເສຍຫລະ ແລະ ເຮັດເພື່ອສ່ວນລວມ ຂໍສະແດງຄວາມຊົມເຊີຍທັງຜູ້ໃຫ້ທຶນ, ຮັບເຫົມາກໍ່ສ້າ ແລະ ກໍາມະກອນ.
ເລົ່າຄືນເຫດການເຮືອຫລົ້ມຢູ່ນໍ້າງື່ມບໍລິເວນບ້ານນາ ບົງ-ບ້ານທ່າກົກໄຮ ເມືອງປາກງຶ່ມ ນະຄອນຫລວງວຽງຈັນເມື່ອວັນທີ 26 ພຶດສະ ພາ 2015 ໄດ້ເຮັດໃຫ້ນັກຮຽນຊັ້ນ ປ 5 ເສຍຊີວິດ 14 ຄົນ, ໃນນັ້ນມີຍິງ 8 ຄົນ, ເຊິ່ງເປັນການສູນເສຍຊັບພະຍາກອນມະນຸດທີ່ຈະເປັນຜູ້ສືບທອດພາ ລະກິດຂອງປະເທດຊາດໃນອານາຄົດຕໍ່ໜ້າ. ໂດຍ: ນໍ້າອອ້ຍຂົມ