- ເຂົ້າໄປທີ່ເວັບໄຊທ໌ http://www.mofa.gov.la/index.php/e-passport-form ເພື່ອດາວໂຫລດແບບຟອມ.
2. ປະກອບຟອມ ພ້ອມຕິດຮູບຖ່າຍຂະໜາດ 4×6 ພື້ນສີຂາວ ແລະ ສຳເນົາ (ກ໋ອບປີ້) ບັດປະຈຳຕົວໃສ່ນຳ ແລະ ເອົາໄປເຊັນນາຍບ້ານ.
3. ເອກະສານຄັດຕິດ
- ປື້ມສຳມະໂນຄົວແທ້ ແລະ ກ໋ອບປີ້ 1 ຊຸດ (ໃນປື້ມຕ້ອງມີຮູບຜູ້ກ່ຽວ ແລະ ກາປະທັບຈາກ ປກສ ເມືອງ)
- ບັດປະຈຳຕົວແທ້ ແລະ ກ໋ອບປີ້ 1 ໃບ
- ສຳລັບຜູ້ມີອາຍຸຕຳ່ກວ່າ 18 ຕ້ອງມີໃບອະນຸຍາດຜູ້ປົກຄອງ ແລະ ເຊັນອຳນາດການປົກຄອງບ້ານ 1 ໃບ
- ໜັງສືເດີນທາງເຫຼັ້ມເກົ່າ (ຖ້າມີ)
4. ເອົາເອກະສານໄປຍື່ນຢູ່ຊ່ອງຂໍບັດຄີວ ເພື່ອຂໍເຂົ້າສຳພາດ
5. ຫຼັງຈາກໄດ້ບັດຄິວແລ້ວເຂົ້າສຳພາດແລ້ວ ກໍ່ເຂົ້າໄປນັ່ງລໍຖ້າປ່ອງສຳພາດເພີ່ນກໍ່ຈະມີຫຼາຍປ່ອງ ລໍຖ້າຈົນກວ່າຈະຮອດຄິວຂອງເຮົາ.
6. ໃນເວລາສຳພາດ ຈະມີໜັງສືເດີນທາງ (Passport) 2 ແບບໃຫ້ເລືອກຄື:
- ແບບທຳມະດາ Passport: ເປັນໜັງສືເດີນທາງແບບເກົ່າມີ 32 ໜ້າ ເປັນແບບທີ່ຕ້ອງໄດ້ຂຽນຟອມເວລາເດີນທາງເຂົ້າ-ອອກປະເທດ.
- ແບບໃໝ່ E-passport: ມີ 48 ໜ້າ ແບບໃໝ່ນີ້ຈະບໍ່ໄດ້ຂຽນຟອມ ເພາະຈະໄດ້ສະແກນລາຍນີ້ວມືແທນ.
7. ຫຼັງຈາກສຳພາດ ຖ່າຍຮູບ ແລະ ຈຳ້ລາຍນີ້ວມືເປັນທີ່ຮຽບຮ້ອຍແລ້ວ ເພິ່ນກໍ່ຈະເຮັດບິນໃຫ້ເຮົາໄປຊຳລະເງິນຢູ່ຊ່ອງໝາຍເລກຕາມທີ່ເພິ່ນກຳນົດໃຫ້ ເມື່ອຊຳລະສຳເລັດແລ້ວ ພະນັກງານກໍ່ຈະນັດເຮົາມາເອົາໜັງສືເດິນທາງ passport
ທີ່ມາ: cvconnet.la