ຈາກການວິໄຈຫຼາຍແຫຼ່ງພົບວ່າ: 50% ຂອງພະນັກງານທີ່ລາອອກແມ່ນຍ້ອນພຶດຕິກໍາຂອງ “ຫົວໜ້າ” ດັ່ງນີ້:

  1. ຕັ້ງເປົ້າໝາຍ ແລະ ເວລາ ທີ່ເປັນໄປບໍ່ໄດ້ (Impossible Target & Deadline)

ການຕັ້ງເປົ້າໝາຍທີ່ເກີນຄວາມເປັນຈິງ ຫຼື ເວົ້າໄດ້ວ່າ ຕັ້ງເປົ້າໝາຍແບບໄວ້ຢູ່ເທິງຟ້າພຸ້ນ!!! ອາດເປັນສິ່ງທີ່ເຮັດໃຫ້ພະນັກງານຕ້ອງເຮັດວຽກໜັກ ແລະ ເກີດຄວາມຕຶງຄຽດ ຈົນນຳໄປສູ່ຄວາມຮູ້ສຶກບໍ່ພໍໃຈໄດ້. ສະນັ້ນ, ໃນຖານະຜູ້ນໍາ ວຽກງານ ຄວນເປັນແຮງຈູງໃຈໃຫ້ພະນັກງານເກີດຄວາມມຸ່ງໝັ້ນ ກະຕືລືລົ້ນ ຢາກເຮັດວຽກສຳເລັດພາຍໃນເວລາທີ່ກຳນົດ ບໍ່ແມ່ນຈະເຮັດໃຫ້ພະນັກງານຮູ້ສຶກວ່າ ຖືກກົດດັນໃຫ້ຕ້ອງເຮັດວຽກທຸກມື້ທຸກຄືນ ຈົນບໍ່ມີມື້ພັກ.

ຂໍ້ສະເໜີ: ປຶກສາຫາລື ແລະ ຕົກລົງເປົ້າໝາຍ ແລະ ກຳນົດເວລາ (SMART Goal) ຮ່ວມກັບພະນັກງານ ເພື່ອສ້າງຄວາມໄວ້ວາງໃຈ ແລະ ເຮັດໃຫ້ພະນັກງານຮູ້ສຶກເປັນເຈົ້າການໃນວຽກງານ ແລະ ມີຄວາມຮັບຜິດຊອບເພີ່ມຂຶ້ນ (Accountability) ທີ່ສໍາຄັນຫາກໄດ້ຕົກລົງກັນແລ້ວ ຫົວໜ້າຄວນເປັນທີ່ປຶກສາທີ່ດີ ສະແດງຄວາມໄວ້ວາງໃຈ ບໍ່ເຂົ້າໄປກ້າວກ່າຍ ຈົນກວ່າພະນັກງານຈະເຮັດສຳເລັດ ຫຼືຫາກມີບັນຫາພະນັກງານຈະມາຂໍຄຳປຶກສາເອງ

  1. ການບໍລິຫານແບບຈຸກຈິກ (Micro-manage)

ບໍ່ມີພະນັກງານຄົນໃດທີ່ຈະມັກຖືກຖາມນັ້ນນີ້ຫຼາຍເກີນໄປ ໂດຍສະເພາະຫຼັງຈາກທີ່ຕົກລົງວຽກໃດໜຶ່ງແລ້ວ ໃນເລື່ອງ ທີ່ບໍ່ເປັນທາງການ ທີ່ຫົວໜ້າອາດໄດ້ຍິນມາຈາກຈາກພະນັກງານຄົນອື່ນໆ ຫຼືຈາກພາຍນອກ. ສິ່ງເຫຼົ່ານີ້ມັນລົບກວນການເຮັດວຽກ, ເປັນສິ່ງທີ່ເຮັດໃຫ້ພະນັກງານບໍ່ມີກຳລັງໃຈເຮັດວຽກຕໍ່ ເພາະຮູ້ສຶກອຶດອັດ ບໍ່ຖືກໄວ້ວາງໃຈ ແລະ ຍັງມີຜົນກະທົບຕໍ່ປະສິດທິພາບໃນການເຮັດວຽກອີກດ້ວຍ.

ຂໍ້ສະເໜີ: ຕົກລົງຕັ້ງເປົ້າໝາຍເວລາ, ງົບປະມານ (Program Plan) ວິທີການແລ້ວຄ່ອຍຕິດຕາມ, ຕາມທີ່ຕົກລົງກັນໄວ້ ສ່ວນຫົວໜ້າຄວນໃຫ້ການສະໜັບສະໜູນເປັນຄັ້ງຄາວ ບໍ່ແມ່ນທຸກລາຍລະອຽດ, ທຸກຕົວອັກສອນ ຫຼື ທຽວມາບອກທຸກໆ 1-2 ຊົ່ວໂມງ, ເພື່ອໃຫ້ພະນັກງານໄດ້ໃຊ້ຄວາມສາມາດ ແລະຄວາມຄິດສ້າງສັນໄດ້ເຕັມທີ່.

  1. ການປະຊຸມທີ່ບໍ່ມີຈຸດປະສົງ ເຮັດໃຫ້ເສຍເວລາ.

ເວລາທີ່ໃຊ້ໄປກັບການປະຊຸມຈະເສຍໄປໂດຍບໍ່ມີປະໂຫຍດ ໂດຍສະເພາະ ເປັນປະຊຸມທີ່ເປັນພຽງການແຈ້ງຂໍ້ມູນ ຫຼື ເປັນຫົວຂໍ້ ທີ່ບໍ່ກ່ຽວກັບຄົນທີ່ເຂົ້າຮ່ວມປະຊຸມ.

ຂໍ້ສະເໜີ: ຄວນກວດເບິ່ງການປະຊຸມທັງໝົດໃນແຕ່ລະເດືອນວ່າມີຫຍັງແດ່ ແລະ ມີຈຸດປະສົງອັນໃດ, ການປະຊຸມບໍ່ຄວນຊໍ້າກັນ ແລະ ມີສິ່ງທີ່ຕ້ອງເຮັດ ແລະຜົນໄດ້ຮັບທີ່ຕ້ອງການຢ່າງຊັດເຈນ ແລະ ຄວນພິຈາລະນາເຖິງຄວາມຈຳເປັນ ຫາກການປະຊຸມດັ່ງກ່າວເປັນພຽງການແຈ້ງຂໍ້ມູນ (ຫຼືລາຍງານຜົນການດຳເນີນງານ) ກໍພຽງແຕ່ສົ່ງຂໍ້ມູນທາງອີເມວກໍໄດ້ ບໍ່ຈຳເປັນຕ້ອງມາປະຊຸມໃຫ້ເສຍເວລາ. ແຕ່ຖ້າຈຳເປັນຕ້ອງປະຊຸມ ກໍພະຍາຍາມທີ່ຈະຫຼຸດເວລາລົງ ເພື່ອໃຫ້ພະນັກງານໄດ້ເອົາເວລາໄປເຮັດວຽກ ແລະ ສ້າງຜົນງານຫຼາຍຂຶ້ນຈະດີກວ່າ.

  1. ບໍ່ມີການແຈ້ງແຜນວຽກລ່ວງໜ້າ

ພະນັກງານຄວນຮັບຮູ້ແຜນວຽກ ຫຼືຂໍ້ມູນຂ່າວສານຕ່າງໆທີ່ຈຳເປັນຕໍ່ການເຮັດວຽກຂອງເຂົາເຈົ້າ ຢ່າງໜ້ອຍກໍ 1-2 ເດືອນ ເພື່ອຈະໄດ້ກຽມຕົວ ແລະ ວາງແຜນ

ຂໍ້ສະເໜີ: ຄວນມີການປະຊຸມ ສະຫຼຸບວຽກງານ ຫຼື ອະນຸມັດແຜນວຽກລ່ວງໜ້າ ຢ່າງໜ້ອຍ 2 ເດືອນໃຫ້ລະດັບຫົວໜ້າພະແນກຮັບຮູ້ ເພື່ອສ້າງຄວາມໄວ້ວາງໃຈ ແລະ ຊ່ວຍໃຫ້ພວກເຂົາຕັດສິນໃຈໄດ້ດີຂຶ້ນ. ຖ້າຈະໃຫ້ດີແທ້ ເຈົ້າຂອງບໍລິສັດ ຄວນມີແຜນປີ, ເປົ້າໝາຍ ແລະຕົວຊີ້ວັດທີ່ແນ່ນອນ. ເພື່ອໃຫ້ຫົວໜ້າພະແນກ ສາມາດຍ່ອຍມາເປັນແຜນປະຕິບັດງານປະຈຳເດືອນ, ປະຈຳ 3 ເດືອນ ແລະ 6 ເດືອນຮ່ວມກັບທີມງານ. ເຊິ່ງຊ່ວຍໃຫ້ສາມາດວັດແທກ ປະເມີນຜົນການເຮັດວຽກໂດຍລວມ ທັງຂອງທີມງານ ແລະບໍລິສັດໄດ້ງ່າຍ ພ້ອມທັງວາງແຜນປັບປຸງໄດ້ທ່ວງທັນເວລາ.

  1. ບໍ່ເອົາໃສ່ໃຈລູກນ້ອງ

ຄິດວ່າ ຜົນງານຂອງລູກນ້ອງ ຄືຜົນງານຂອງຕົນເອງສະເໝີ, ແຕ່ຕົນເອງບໍ່ເຄີຍວາງແຜນຫຍັງເອງ ບໍ່ສະໜັບສະໜູນ ຕິດຕາມ ແລະໃຫ້ຄຳແນະນຳທີ່ເປັນຮູບປະທຳໃຫ້ເຫັນຈັກຢ່າງ ມີແຕ່ປະຊຸມເພື່ອທວງວຽກຢ່າງດຽວ.

ຂໍ້ສະເໜີ: ການຍອມຮັບ ແລະຊື່ນຊົມຜົນງານຂອງລູກນ້ອງ ເປັນສິ່ງທີ່ດີສຳລັບຕົນເອງ, ເພາະຊ່ວຍໃຫ້ພະນັກງານຮູ້ສຶກພາກພູມໃຈ ເປັນເຈົ້າການຕໍ່ວຽກທີ່ຕົນເອງຮັບຜິດຊອບ ແລະກະຕືລືລົ້ນຢາກພັດທະນາວຽກດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າອີກ ແລະ ຫາກມີລາງວັນ ຫຼືສິ່ງໃດໜຶ່ງທີ່ສະແດງເຖິງຄວາມຂອບໃຈແບບສ່ວນຕົວ ທີ່ບໍ່ແມ່ນມາຈາກບໍລິສັດ ກໍຍິ່ງຊ່ວຍໃຫ້ຄວາມສຳພັນຂອງຫົວໜ້າ ແລະລູກນ້ອງແໜ້ນໜຽວກົມກຽວຂຶ້ນກວ່າເກົ່າ.

  1. ບໍ່ຕຳນິຕິເຕືອນ ພະນັກງານທີ່ ບໍ່ເຮັດວຽກ

ເມື່ອທີມງານສ້າງຜົນງານອອກມາໄດ້ດີແລ້ວ, ແຕ່ພັດມີສະມາຊິກຂອງທີມບາງຄົນທີ່ຕັ້ງໃຈເຮັດວຽກ ແລະມີບາງຄົນທີ່ຂີ້ຄ້ານ ເອົາປຽບ ກິນແຮງໝູ່. ຫົວໜ້າກໍບໍ່ຕັກເຕືອນຜູ້ທີ່ຂີ້ຄ້ານມັກງ່າຍ, ເຊິ່ງຖືເປັນເລື່ອງທີ່ບໍ່ດີ ເພາະຈະເຮັດໃຫ້ພະນັກງານທີ່ດີ ແລະ ມີຄວາມຕັ້ງໃຈ ເສຍກຳລັງໃຈໃນການເຮັດວຽກ, ຮູ້ສຶກວ່າຖືກເອົາປຽບ ແລະອາດຈະລາອອກໃນທີ່ສຸດ

ຂໍ້ສະເໜີ: ທ່ານຕ້ອງມີການວັດຜົນງານ ສ້າງລະບົບ ແລະ ມີວິທີຈັດການກັບພະນັກງານທີ່ບໍ່ເຮັດວຽກ, ບໍ່ດັ່ງນັ້ນ ພະນັກງານທີ່ຂີ້ຄ້ານ ບໍ່ເຮັດວຽກນີ້ແຫຼະ ຈະເປັນພະນັກງານກຸ່ມສຸດທ້າຍທີ່ເຫຼືອຢູ່ກັບບໍລິສັດຂອງທ່ານ.

  1. ບໍ່ພັດທະນາ ທັກສະ ຂອງພວກເຂົາ

ພະນັກງານຫົວກະທິມັກຈະບໍ່ໄດ້ຄາດຫວັງພຽງແຕ່ການມີວຽກເຮັດເທົ່ານັ້ນ ແຕ່ພວກເຂົາຍັງຕ້ອງການຮຽນຮູ້ສິ່ງໃໝ່ໆ ຢາກໄດ້ຮັບການຍົກລະດັບຄວາມຮູ້, ຄວາມສາມາດ, ທັກສະ ແລະ ມີປະສົບການທີ່ດີເພີ່ມຂຶ້ນອີກ.

ຂໍ້ສະເໜີ: ເຖິງວ່າ ບໍລິສັດຈະມີງົບປະມານການເຝິກອົບຮົມຈໍາກັດ ແຕ່ກໍສາມາດໃຫ້ຄໍາປຶກສາ, ອົບຮົມ ກ່ຽວກັບການເຮັດວຽກຈາກຫົວໜ້າໜ່ວຍງານພາຍໃນແບບສະໝ່ຳສະເໝີໄດ້ (Employee on Boarding Practice, Systematic On-The-Job Training) ລວມເຖິງການພັດທະນາຄວາມຮູ້ ດ້ວຍການຂະຫຍາຍຂອບເຂດໜ້າວຽກ (Job Enlargement & Job Enrichment) ຈະສ້າງໃຫ້ພວກເຂົາໄດ້ຮຽນຮູ້ ພັດທະນາ ແລະ ເກີດຄວາມຮັກຕໍ່ບໍລິສັດຫຼາຍຂຶ້ນ.

 

  1. ເຮັດວຽກບໍ່ມີຄວາມສຸກ

ວຽກງານທີ່ບໍ່ມີຄວາມສຸກ ຫຼື ບໍ່ມ່ວນ ບໍ່ແມ່ນຍ້ອນພະນັກງານມີເວລາທີ່ໜ້ອຍໃນການເຮັດວຽກ ຫຼື ຍ້ອນລູກຄ້າທີ່ຫຼາຍເລື່ອງ. ແຕ່ມັນເກີດຈາກບັນຍາກາດໃນສໍານັກງານ ແລະ ວັດທະນະທໍາການເຮັດວຽກໃນອົງກອນເຊັ່ນ: ລະບົບວຽກງານທີ່ຊັບຊ້ອນ, ສັບສົນ ແລະ ບໍ່ມີການແບ່ງໜ້າວຽກທີ່ແນ່ນອນ, ບົດບາດໜ້າທີ່ບໍ່ຊັດເຈນ ຫຼືປ່ຽນແປງຕະຫຼອດ, ການແບ່ງພັກແບ່ງພວກ, ຍາດແຍ່ງຜົນງານກັນ ແລະອື່ນໆ…

ຂໍ້ສະເໜີ: ຊອກຫາວິທີສ້າງບັນຍາກາດ ແລະຮອຍຍິ້ມໃນບ່ອນເຮັດວຽກເຊັ່ນ: ຈັດກິດຈະກຳຮ່ວມກັນ ໃຫ້ພະນັກງານໄດ້ລຶ້ງເຄີຍກັນຫຼາຍຂຶ້ນ, ທຸກຄົນໃນອົງກອນຄວນເຂົ້າໃຈໜ້າວຽກແຕ່ລະພະແນກ ເພື່ອໃຫ້ເກີດຄວາມເຫັນໃຈ ແລະໃຫ້ກຳລັງໃຈເຊິ່ງກັນແລະກັນ. ຢ່າລືືມວ່າ, ຫາກເຈົ້າຂອງທຸລະກິດບໍ່ເບິ່ງແຍງພະນັກງານທີ່ດີ ພວກເຂົາກໍຈະເລີ່ມເບິ່ງແຍງຕົນເອງ ແລະ ຫາໂອກາດ ຫຼື ບ່ອນເຮັດວຽກໃໝ່ໆ ທີ່ມີຄວາມສຸກກວ່າ ແລະບໍ່ກ່ຽວກັບຂັ້ນເງິນເດືອນ.

ທີ່ມາ Target Magazine