ບັນດາຜູ້ນຳໃນເລື່ອງ ສາມກົ໊ກຊື່ຂອງເລົ່າສ້ຽນ ຮ່ອງເຕ້ຂອງ ຈົ໊ກກົ໊ກ ແມ່ນຜູ້ນຳທີ່ຖືກຄົນດ່າມາຕະຫຼອດ ເພາະເຮັດໃຫ້ບ້ານເມືອງຕ້ອງພັງທະລາຍ. ແຕ່ຖ້າເຮົາເບິ່ງເລົ່າສ້ຽນໃນຄວາມເປັນກາງ ຈະເຫັນວ່າເລົ່າສ້ຽນບໍ່ແມ່ນຮ່ອງເຕ້ອົງດຽວທີ່ພ່າຍແພ້ເສິກສົງຄາມ.

ມາເບິ່ງທາງວຸ້ຍກົ໊ກ ນັບຕັ້ງແຕ່ຮ່ອງເຕ້ໂຈຮອງ, ໂຈມໍ ແລະ ໂຈຮວນ ພວກເຂົາແມ່ນເສຍອຳນາດການປົກຄອງບ້ານເມືອງໃຫ້ກັບຕະກູນ ສຸມາ ເຊິ່ງພວກເຂົາໄດ້ເປັນຮ່ອງເຕ້ແຕ່ພຽງໃນນາມ.

ໃນເບື້ອງຂອງ ງໍ່ກົ໋ກ ແຮງໜັກເລີຍ ເພາະຮ່ອງເຕ້ອົງສຸດທ້າຍແມ່ນ ຊຸນໂຮ. ຮ່ອງເຕ້ອົງນີ້ເຖິງວ່າຈະສະຫຼາດ ແຕ່ກໍ່ຊົ່ວຮ້າຍ ລາວສັ່ງປະການເຈົ້າຂຸນມຸນນາຍ ປານເປັນຂອງຫຼິ້ນ ຈົນເຮັດໃຫ້ແຜ່ນດິນງໍ່ກົ໋ກເກືອບບໍ່ເຫຼືອຄົນເກັ່ງໄວ້ປົກປ້ອງແຜ່ນດິນ ເຊິ່ງມັນແມ່ນຄວາມຈິງໃນ ປະຫວັດສາດໃນຍຸກທ້າຍຂອງ ສາມກົ໊ກ.

ເລົ່າສ້ຽນຂຶ້ນຄອງຣາດໄດ້ 40 ປີ ແຕ່ປີ ພສ 766-806 ບາງຄົນອາດຈະເວົ້າວ່າ ຍ້ອນມີຂົງເບັ້ງໃຫ້ຄວາມຊ່ວຍເຫຼືອ ຈຶ່ງເຮັດໃຫ້ເລົ່າສ້ຽນຄອງຣາດໄດ້ດົນ. ແຕ່ຢ່າລື່ມວ່າຂົງເບັ້ງໄດ້ເສຍຊີວິດໃນປີ ພສ 777

ເວົ້າງ່າຍໆ ຂົງເບັ້ງເປັນນາຍົກຄູ່ບັນລັງຂອງເລົ່າສ້ຽນໄດ້ພຽງ 11 ປີເທົ່ານັ້ນ!!

ແລ້ວອີກ 29 ປີທີ່ເຫຼືອເດ??

ຂົງເບັ້ງໄດ້ວາງລະບົບບໍລິຫານແຜ່ນດິນໂດຍຜ່ານຂຸນນາງຝ່າຍບຸນ 2 ຄົນຄື: ຈຽວອ້ວນ ແລະ ບິຮຸຍ. ຖ້າວ່າເລົ່າສ້ຽນເປັນຮ່ອງເຕ້ທີ່ບໍ່ໄດ້ເລື່ອງ ຫຼື ໂຫດຮ້າຍ ແບບຊຸນໂຮ ທັງສອງຄົນນີ້ ຈຽວອ້ວນ ແລະ ບິຮຸຍ ຄົງຈະຖືກຂ້າຖິ້ມໄປດົນແລ້ວ.

ເລົ່າສ້ຽນນັ້ນເປັນຜູ້ນຳທີ່ດີ ແຕ່ບໍ່ແມ່ນຜູ້ນຳທີ່ເກັ່ງ ເພາະລາວຮູ້ດີວ່າຕົວເອງບໍ່ເກັ່ງ ຈຶ່ງຕ້ອງຮັບຟັງ ແລະ ເຮັດຕາມລະບົບທີ່ຂົງເບັ້ງວາງແຜນໄວ້ ເພື່ອບໍ່ໃຫ້ການບໍລິຫານແຜ່ນມີຄວາມຜິດພາດ ຊື່ງຈະສົ່ງຜົນສະທ້ອນຫາປະຊາຊົນຂອງລາວ.

ຍ້ອນເຫດຜົນດັ່ງກ່າວພາຍຫຼັງທີ່ຂົງເບັ້ງເສຍຊີວິດເລົ່າສ້ຽນຈຶ່ງບໍ່ແຕ່ງຕັ້ງນາຍົກຄົນໃໝ່ມາຮັບຕຳແໜ່ງແທນ. ແຕ່ເລົ່າສ້ຽນໄດ້ປະຕິບັດຕາມຄຳສັ່ງເສຍຂອງຂົງເບັ້ງ ທີ່ຂົງເບັ້ນບອກໄວ້ກ່ອນຈະຕາຍ. ຄຳສັ່ງເສຍຂອງຂົງເບັ້ງແມ່ນ ໃຫ້ຈຽວອ້ວນ ແລະ ບິຮຸຍມາບໍລິຫານປະເທດ ເຊິ່ງເຮັດໃຫ້ທັງສອງຂຸນນາງຜູ່ຊື່ສັດ ຕ້ອງເຮັດວຽກຢ່າງສຸດຄວາມສາມາດໃນການບໍລິຫານປະເທດ ທີ່ມີຂໍ້ຈຳກັດທຸກຢ່າງ ເປັນຕົ້ນແມ່ນ ຂະໜາດເນື້ອທີ່, ພື້ນທີ່ປູກພືດພັນ, ເສດຖະກິດ, ປະຊາກອນ ແລະ ກອງທັບບໍ່ໃຫ້ລົ້ມລະລາຍ.

ຍ້ອນການບໍລິຫານຂອງທັງສອງຂຸນນາງ ບວກກັບເລົ່າສ້ຽນທີ່ບໍ່ໄດ້ມາຫຍຸ້ງເລື່ອງການເມືອງ ເຮັດໃຫ້ຈົ໊ກກົ໊ກ ບໍ່ເກີດບັນຫາເລື່ອງການເມືອງ ແລະ ບໍ່ມີການປະຕິຫວັດຄືກັບ ງໍ່ກົ໊ກ ແລະ ວຸ້ຍກົ໊ກ.

ໃນອີກແງ່ມຸມໜຶ່ງຖ້າວ່າເລົ່າສ້ຽນບໍ່ມີບາລະມີ ຫຼື ບໍ່ມີຄວາມສາມາດ ລາວຄົງຈະຖືກລາກລົງຈາກບັນລັງແລ້ວ ຫຼື ເປັນຮຸ້ນເຊີດໃຫ້ກັບຂຸນນາງ ຄືກັບຮ່ອງເຕ້ຂອງວຸ້ຍກົ໊ກ ເຊິ່ງນີ້ກໍ່ພໍຈະຍົກໃຫ້ເຫັນໄດ້ເຖິງບາລະມີຂອງເລົ່າສ້ຽນ.

ດ້ວຍຄວາມສາມາດ (ທີ່ບໍ່ຫຼາຍ) ບວກກັບການບໍລິຫານຄົນແບບເລົ່າປີ່ ໂດຍການປ່ອຍໃຫ້ຄົນເກັ່ງກວ່າໄດ້ສະແດງຝີມື (ຄືກັບເລົ່າປີ່ໃຫ້ຂົງເບັ້ງຊ່ວຍບໍລິຫານ) ເຮັດໃຫ້ເລົ່າສ້ຽນສາມາດບໍລິຫານຄົນເກັ່ງໄດ້ເຖິງ 3 ຄົນ ໃນນັ້ນມີ 1) ຂົງເບັ້ງ, 2) ຈຽວອ້ວນ ແລະ 3) ບິຮຸຍ ຈົນສາມາດປົກຄອງແຜ່ນດິນໄດ້ດົນນານເຖິງ 40 ປີ ແລະ ຍັງເປັນຮ່ອງທີ່ຄອງຣາດໄດ້ດົນທີ່ສຸດໃນຍຸກສະໄໝຂອງ ສາມກົ໊ກ.

ຍ້ອນການເປັນຜູ້ນຳທີ່ບໍ່ເກັ່ງ ແຕ່ເປັນຮ່ອງເຕ້ທີ່ດີ  ເຮັດໃຫ້ບັນດາຂຸນນາງ ແລະ ຂຸນພົນຖວາຍຄວາມຈົງຮັກພັກດີ ທັງທັ້ງທີ່ບໍ່ມີຂົງເບັ້ງຄອຍຜັກດັນຢູ່ເບື່ອງຫຼັງ ແຕ່ທຸກຄົນກໍ່ຍັງຕັ້ງໃຈເຮັດວຽກຢ່າງເຕັມທີ່ ຈຽວອ້ວນທຸ້ມເທກັບການເຮັດວຽກຢ່າງໜັກ ຈົນເຮັດໃຫ້ປ່ວຍ ແລະ ເສຍຊີວິດໄປ. ສ່ວນບິຮຸຍກໍ່ເຮັດວຽກຈົນສຸດຄວາມສາມາດ ສຸດທ້າຍພາດທ່າເສຍທີ ຖືກແທງຕາຍຢູ່ໃນງານລ້ຽງຂອງແມ່ທັບອ໋ອງເປ໋ງ

ຂົງຈຶ້ເຄຍກ່າວໄວ້ວ່າ

ຜູ້ນຳທີ່ບໍ່ເກັ່ງຍ່ອມບໍ່ເປັນບັນຫາ ແຕ່ຜູ້ນຳທີ່ບໍ່ດີນີ້ແຫຼະ ທີ່ເປັນບັນຫາ

ດັ່ງນັ້ນຖ້າຫາກຜູ້ນຳທີ່ຮູ້ຕົວເອງວ່າບໍ່ເກັ່ງ ກໍ່ຄວນປິດຈຸດອ່ອນດ້ວຍການເປີດໂອກາດໃຫ້ຄົນທີ່ເກັ່ງກວ່າໄດ້ສະແດງສັກຍະພາບຂອງເຂົາອອກມາ.

ແຕ່ຜູ້ນຳໃນຍຸກນີ້ຈຳນວນຫຼາຍ ຮູ້ວ່າຕົວເອງບໍ່ສະເຫຼາດ ແຕ່ມັກອວດສະຫຼາດໃຫ້ລູກນ້ອງເຫັນ ສ້າງເລື່ອງ, ກໍ່ບັນຫານາໆໃນອົງກອນ ກໍ່ໃຫ້ເກີດພາລະອັນໜັກໜ່ວງໃຫ້ລູກນ້ອງ ແລະ ທີມງານ

ເຖິງວ່າຕົວເອງຈະຜິດແຕ່ກໍ່ບໍ່ເຄີຍໂທດຕົວເອງ

ຍັງມາຕຳນິດ່າຮ້າຍລູກນ້ອງ ວ່າເຮັດວຽກບໍ່ເປັນ, ບໍ່ໄດ້ເລື່ອງໄດ້ຄວາມຫຍັງ ໜັກແນ່ກໍ່ດ່າວ່າ ໂງ່ຈ້າ, ເວົ້າບໍ່ຮູ້ເລື່ອງ ເພາະເພິ່ນຄິດວ່າເພິ່ນສະຫຼາດຢູ່ຄົນດຽວ

ນີ້ແຫຼະແມ່ນບັນຫາຂອງເຈົ້ານາຍໂງ່ ທີ່ມັກອວດສະຫຼາດ

ອັນເຮັດໃຫ້ລູກນ້ອງຈຳນວນບໍ່ໜ້ອຍຕ້ອງເຈັບຫົວກັບເຈົ້ານາຍປະເພດນິ້ ຫຼາຍຄົນກໍ່ມີກຳລັງໃຈໃນການເຮັດວຽກໜ້ອຍລົງ ຈາກທີ່ເຄີຍເຮັດວຽກດີມີຄຸນນະພາບ ກໍ່ກາຍມາເປັນຄົນທີ່ເຮັດວຽກພໍ່ແລ້ວມື້ແລ້ວວັນໄປ ເພາະເຈົ້ານາຍຈຳພວກນີ້ບໍ່ເຄີຍເຫັນຄຸນຄ່າຂອງຄົນອື່ນ. ເມື່ອຍລ້າໆ ເຖິງທຸ້ມເທເຮັດວຽກຫຼາຍປານໃດກໍ່ຕາມ

ສະນັ້ນ ຖ້າໃຫ້ເລືອກລະຫວ່າງເຈົ້ານາຍໂງ່ທີ່ອວດສະຫຼາດ ກັບເຈົ້ານາຍສະຫຼາດແຕ່ເປັນຄົນບໍ່ດີ ຂ້າພະເຈົ້າໝັ້ນໃຈເລີຍວ່າຫຼາຍຄົນ ຍອມເລືອກເຈົ້ານາຍແບບເລົ່າສ້ຽນ ດີກວ່າ.  

ທີ່ມາ: ປື້ມ ມັດໃຈເຈົ້ານາຍ ຜູກໃຈລູກນ້ອງ ດ້ວຍວິຖີ ສາມກົ໊ກ