ການວິໃຈພົບວ່າ ຄົນທີ່ໂຕະເຮັດວຽກຮົກ, ຫ້ອງນອນຮົກ, ວາງເຄື່ອງຂອງເກະກະມັກຈະສະຫຼາດ, ຄິດເກັ່ງ, ຈື່ຈຳເກັ່ງ.
ເຊື່ອວ່າຫຼາຍໆ ທ່ານຄົງຈະມີນິໃສມັກວາງຂອງເກະກະບໍ່ເປັນລະບຽບຮຽບຮ້ອຍ, ເພາະອາດຈະຟ້າວແນ່ ບໍ່ມີເວລາເກັບ ຫຼື ໂດຍນິໃສສ່ວນຕົວແລ້ວເປັນຄົນງ່າຍໆ ສະບາຍໆ ລ່າສຸດທາງເວັບໄຊທ໌ TIME ໄດ້ອອກມາເຜີຍແຜ່ຜົນວິໃຈວ່າຄົນທີ່ມີນິໃສແບບນີ້ເປັນຄົນສະຫຼາດ, ໂດຍຈາກໂພສ໌ນັ້ນໄດ້ລະບຸວ່າ..
ການວິໃຈພົບວ່າ ຄົນທີ່ #ໂຕະເຮັດວຽກຮົກ, #ຫ້ອງນອນຮົກ, ວາງເຄື່ອງຂອງເກະກະມັກຈະສະຫຼາດ, ຄິດເກັ່ງ, ຈື່ຈຳເກັ່ງ.
ເວັບໄຊທ໌ TIME ເຜີຍແຜ່ຜົນວິໃຈຂອງ Robert Thatcher ຜູ້ຊ່ຽວຊານດ້ານສານເຄມີໃນສະໝອງທີ່ສົ່ງຜົນຕໍ່ ພຶດຕິກຳເຊີ່ງລະບຸວ່າ: ຍີ່ງເຮົາປ່ອຍຂອງວ່າງເກະກະຫຼາຍເທົ່າໃດ ເຮົາຈະສະຫຼາດຫຼາຍຂື້ນເທົ່ານັ້ນ.
ເພາະວ່າຄົນທີ່ແບບນີ້ ຄິດຢາກຈະວາງອັນໃດກໍ່ວ່າງໂລດ ເກັບເຄື່ອງຂອງບໍ່ເປັນບ່ອນເປັນທີ່, ວາງອັນໃດໄວ້ບ່ອນໃດກະບໍ່ເຄີຍຈື່, ຈະເປັນຄົນທີ່ສະໝອງມີການຄິດຢູ່ຕະຫຼອດເວລາ ຈົນກາຍເປັນນິໃສໂດຍອັດຕະໂນມັດວ່າຕ້ອງຄິດຫຼາຍໆເລື່ອງຊັບຊ້ອນໄປພ້ອມໆກັນ.
ນອກຈາກນີ້, ທາງວິໃຈໄດ້ສະຫຼຸບເພີ່ມຕື່ມວ່າ ນິໃສຂອງຄົນທີ່ປະສົບຄວາມສຳເລັດສ່ວນຫຼາຍຄືຄົນທີ່ສາມາດຕັ້ງຮັບກັບອຸປະສັກໄດ້ຢ່າງວ່ອງໄວ, ຄືກັນກັບຫ້ອງທີ່ຮົກນີ້ລະ ຈະຝຶກໃຫ້ເຈີກັບຄວາມຍຸ້ງຍາກຕະຫຼອດເວລາ, ບຶດໜື່ງແວ່ນບໍ່ເຫັນ, ບຶດໜື່ງໜັງສືຊອກບໍ່ເຫັນ, ຈົນເມື່ອເຮົາພົບຄວາມຍຸ່ງຍາກອື່ນໆ ໃນຊີວິດເຮົາກໍ່ຈະຕັ້ງສະຕິຮັບກັບມັນໄດ້ໄວກົ່ວຄົນອື່ນ ນັ້ນເອງ.
ທີ່ມາ => www.tkvariety.com