ທິດສະດີຕ່ອງໂສ້ແຫ່ງຄຸນຄ່າ ແມ່ນຫຍັງ ??
Value Chanin ຫຼື ທິດສະດີຕ່ອງໂສ້ແຫ່ງຄຸນຄ່າແມ່ນ ທິດສະດີທີ່ຄິດຄົ້ນຂື້ນໂດຍ Michael Porter ( ໄມເຄີນ ພໍເຕີຣ໌ ) ເຊີ່ງເປັນອາຈານປະຈໍາມະຫາວິທະຍາໄລຮາວາຣ໌ດ, ໂດຍຫຼັກການນີ້ຖືກຂຽນລົງໃນໜັງສືທີ່ມີຊື່ວ່າ Competitive Advantage : Creating and Sustianing Superior Performance ໃນປີ 1985 ເຊີ່ງແນວຄິດຕ່ອງໂສ້ແຫ່ງຄຸນຄ່ານັ້ນ ສາມາດວັດໄດ້ຈາກຄຸນຄ່າທີ່ລູກຄ້າໄດ້ຮັບ ແລະ ຍອມຈ່າຍເງິນເພື່ອຊື້ສິນຄ້າ ຫຼື ບໍລິການຂອງບໍລິສັດຫຼາຍນ້ອຍສໍາໃດ, ໂດຍແນວຄິດນີ້ຖືກແບ່ງອອກເປັນ 2 ກິດຈະກຳຄື: Primary Activities ແລະ Support Activities ໂດຍແຕ່ລະກິດຈະກຳຈະເນັ້ນໄປທີ່ການເພີ່ມຄຸນຄ່າໃຫ້ກັບສິນຄ້າ ຫຼື ບໍລິການຂອງບໍລິສັດ.
Primary Activities ( ກິດຈະກຳຫຼັກ ).
- Inbound Logistics ຄື: ການຂົນສົ່ງ ແລະ ຈັດເກັບວັດຖຸດິບ.
- Operations ຄື: ການຜະລິດສິນຄ້າ ຫຼື ບໍລິການ.
- Outbound Logistics ຄື: ການຂົນສົ່ງ ແລະ ຈັດເກັບສິນຄ້າ.
- Marketing and Sales ຄື: ການຕະຫຼາດ ແລະ ການຂາຍ.
- Service ຄື: ການບໍລິການທັງກ່ອນ ແລະ ຫຼັງການຂາຍ.
Support Activities ( ກິດຈະກຳ ສະໜັບສະໜຸນ ).
- Firm Infrastructure ຄື: ໂຄງສ້າງພື້ນຖານອົງກອນ ເຊັ່ນ : ການເງິນ, ການບັນຊີ, ການຈັດການອົງກອນ.
- Human Resource Management ຄື: ການບໍລິຫານບຸກຄະລາກອນ.
- Technology Development ຄື: ການພັດທະນາເທັກໂນໂລຢີ.
- Procurment ຄື: ການຈັດຊື້.
ທີ່ມາ www.ceoblog.co