ປະເທດສິງກະໂປຍົກເລິກ ‘ ການຈັດລຳດັບທີ ແລະ ການສອບເສັງ ’ ເລີ່ມທີ່ນັກຮຽນໃຫ້ໂຟກັດຄວາມຮູ້ ບໍ່ແມ່ນແຂ່ງກັນຮຽນ.
ປະເທດສິງກະໂປເປັນປະເທດໜຶ່ງທີ່ນອນຢູ່ໃນອາຊີຕະເວັນອອກສຽງໃຕ້ ແລະ ມີອັນດັບດ້ານການສຶກສາຕິດອັນດັບຕົ້ນໆຂອງໂລກ ຍ້ອນນະໂຍບາຍ ໃນການຈັດການລະບົບການສຶກສາໃນປະເທດສິງກະໂປ.
ເປັນທີ່ຮູ້ດີກັນວ່າ, ນັກຮຽນໃນພູມມິພາກອາຊີ ຈະຕ້ອງຮຽນໜັກ ແຂ່ງຂັນກັນສອບເສັງກັນເປັນເລື່ອງທຳມະດາ, ອັນເປັນຜົນທີ່ຕາມມາຈາກການຈັດລຳດັບທີທາງດ້ານການສຶກສາທີ່ມີມາຢ່າງດົນນານ.
ແຕ່ວ່າງບໍ່ດົນມານີ້, ກະຊວງສຶກສາທິການປະເທດສິງກະໂປໄດ້ປະກາດເຮັດການຍົກເລິກລະບົບ ‘ການຈັດລຳດັບທີໃນຊັ້ນຮຽນ ’ ແລະ ຍົກເລິກການ ‘ ສອບເສັງ ’ ສຳລັບນັກຮຽນຊ່ວງລະດັບຊັ້ນປະຖົມ ແລະ ມັດທະຍົມ ຕາມນະໂຍບາຍ ‘ ການຮຽນຮູ້ເພື່ອຊີວິດ ’ ( Learn For Life ).
ໂດຍແນໃສ່ ເພື່ອກະຕຸ້ນໃຫ້ນັກຮຽນຈົດຈໍ່ກັບຂະບວນການຮຽນຮູ້ ແລະ ປ່ຽນແປງລະບົບການສອນໃນໂຮງຮຽນ, ໃຫ້ເປັນການຮຽນຮູ້ຢ່າງແທ້ຈີງ ບໍ່ແມ່ນການແຂ່ງຂັນກັນຮຽນຄືທີ່ຜ່ານມາ.
ຫຼັງຈາກທີ່ໄດ້ມີການປຶກສາຫາລື ແລະ ມີການເວົ້າຖຽງກັນພາຍໃນກະຊວງເຖິງຈຳນວນການບ້ານ ແລະ ການສອບເສັງມະຍິບມະຍ່ອຍ, ໄປຈົນເຖິງການສອບເສັງທ້າຍປີ, ການຈັດລຳດັບທີນັກຮຽນໃນຊັ້ນຈາກ ເກຣດ໌ຮຽນທ້າຍປີ, ທັງໜົດນີ້ຈະຖືກທົດແທນດ້ວຍການເກັບຂໍ້ມູນປະເມິນຜົນການຮຽນຮູ້ແທນ.
ນອກຈາກນີ້, ປະເທດສິງກະໂປຈະເລີ່ມປ່ຽນລະບົບການສຶກສາໃນປີ 2019 ດັ່ງລາຍການຕໍ່ໄປນີ້:
- ບໍ່ມີການຕັດເກຣດ໌ບັນທຶກລົງໃນປື້ມບັນທຶກ ແລະ ຈະບໍ່ມີການຈັດລຳດັບທີພາຍໃນຊັ້ນຮຽນ, ຫຼີກລ້ຽງບັນຫາການຖືກປຽບທຽບ.
- ຍົກເລິກການສອບເສັງທຸກຊະນິດໃນລະດັບຊັ້ນປະຖົມ 1 ແລະ 2 ແຕ່ຈະໃຊ້ລະບົບສອບຖາມປະເມີນຄວາມຮູ້ຄວາມເຂົ້າໃຈແທນ.
- ຍົກເລິກການສອບເສັງກາງເດືອນໃນລະດັບຊັ້ນມັດທະຍົມປີທີ 1 ແລະ ພາຍໃນປີ 2020-2021 ຈະນຳໄປໃຊ້ກັບຊັ້ນປະຖົມ 3, ປະຖົມ 5 ແລະ ມັດທະຍົມ 3 ໂດຍມີເປົ້າໝາຍເພື່ອໃຫ້ນັກຮຽນໃນຊ່ວງຊັ້ນດັ່ງກ່າວມີເວລາວ່າງ, ເລືອກຮຽນເພີ່ມເຕີມໃນວິຊາທີ່ຕົນເອງສົນໃຈ.
- ໃນແຕ່ລະວິຊາຈະການສອບເສັງພຽງຄັ້ງດຽວຕໍ່ເທີມ, ທີ່ຈະຖືກນຳໄປຄິດເປັນຄະແນນລວມທ້າຍພາກຮຽນ.
- ທຶນການສຶກສາທີ່ລັດມອບໃຫ້ໃນລະດັບຊັ້ນນັກຮຽນປະຖົມ 1 ແລະ 2 ປ່ຽນກົດການຕັດສິນຈາກຜົນການຮຽນ ມາເປັນທັດສະນະຄະຕິທາງດ້ານການຮຽນຮູ້ແທນ.
ອອງເດຮ໌ ເຍ່ ຄຸງ ( Ong Ye Kung ) ລັດຖະມົນຕີກະຊວງສຶກສາທິການປະເທດສິງກະໂປ.
ອອງເດຮ໌ ເຍ່ ຄຸງ ( Ong Ye Kung ) ລັດຖະມົນຕີກະຊວງສຶກສາທິການປະເທດສິງກະໂປກ່າວວ່າ “ ການຮຽນຮູ້ບໍ່ແມ່ນການແຂ່ງຂັນ ” ໂດຍເຊື່ອວ່າການປ່ຽນແປງໃນຄັ້ງນີ້, ຈະຊ່ວຍເນັ້ນໄປທີ່ຄວາມຮູ້ຄວາມເຂົ້າໃຈຂອງຜູ້ຮຽນເປັນຫຼັກ.
ເພື່ອຫຼີກລ້ຽງບັນຫາໝົດກຳລັງໃຈຂອງຜູ້ຮຽນ ຈາກການຖືກປຽບທຽບພາຍໃນຊັ້ນຮຽນ ແລະ ຫວັງໃຊ້ເປັນການກະຕຸ້ນໃຫ້ນັກຮຽນ ຈົດຈໍ່ຢູ່ກັບການພັດທະນາຕົນເອງໃຫ້ດີທີ່ສຸດ.
ທີ່ມາ=> http:www.catdumb.com/singapore-learn-for-life-policy-290/