ທ່ານ ສັກໄຊ ວົງມາລາສິດ ນັກທຸລະກິດທີ່ເວົ້າແທ້ ທຳຈິງ!!
ໃນວັນທີ່ 27 ພະຈິກ 2018 ທີ່ຜ່ານມານີ້ ໄດ້ມີພິທີມອບ-ຮັບຂົວນາບົງບົງ ທີ່ໄໄດ້ສຳເລັດການກໍ່ສ້າງຢ່າງເປັນທາງການ ຈາກການຊ່ວຍເຫຼືອໂດຍທຶນສ່ວນຕົວຂອງທ່ານ ສັກໄຊ ວົງມາລາສິດ (ປີເຕີ ຈັນ) ລວມມູນຄ່າກໍ່ສ້າງທັງໝົດປມານ 104 ຕື້ກວ່າກີບ. ຂົວດັ່ງກ່າວມີຊື່ວ່າ ຂົວຕົວ-ກຽວ ເຊິ່ງມີຄວາມຍາວ 236 ແມັດ ແລະ ມີໜ້າຂົວກວ້າງ 11 ແມັດ ລວມທາງຍາງ 1,5 ແມັດ.
ບາງທ່ານອາດຍັງຈື່ເຫດການເຮືອຂົນສົ່ງ ນັກຮຽນໄປສອບເສັງຫລົ້ມຢູ່ບ້ານນາບົງ-ທ່າກົກໄຮຢູ່ເມືອງປາກງື່ມໃນປີ 2015 ເວລານັ້ນມີນັກຮຽນເສຍຊີວິດປະມານ 14 ຄົນ ແລະ ກໍເປັນເຫດການສະເທືອນໃຈ ແລະ ເສົ້າສະຫລົດໃຈທີ່ສຸດ. ຈາກເຫດການດັ່ງກ່າວເຮັດໃຫ້ນັກທຸລະກິດໃຈບຸນ ຊື່ວ່າ ທ່ານ ສັກໄຊ ວົງມາລາສິດ (ປີເຕີຈັນ) ອະດີດປະທານ ບໍລິສັດ ລາວເວີນ ມະຫາຊົນ ຫຼື ທີ່ຮູ້ຈັກກັນດີໃນຊື່ ລາວ-ໄອເຕັກ (ແຕ່ປະຈຸບັນໄດ້ຂາຍຮຸ້ນໃຫ້ ທ່ານ ທັດນະຄອນ ທຳມະວົງ ແລະ ເປັນປະທານຄົນປະຈຸບັນຂອງ ລາວ-ໄອເຕັກ) ໄດ້ປະກາດສະຫລະເອົາຊັບສ່ວນຕົວມາສ້າງຂົວແຫ່ງນີ້ ແລະ ຈະບໍ່ໃຫ້ນັກໄດ້ເຮືອຂ້າມອີກຕໍ່ໄປ
ຂົວດັ່ງກ່າວແມ່ນ ມີຄວາມສໍາຄັນຫລາຍທີ່ສຸດ ເຊິ່ງບໍ່ພຽງແຕ່ຈະອໍານວຍຄວາມສະດວກສະບາຍ ໃຫ້ພໍ່ແມ່ປະຊາຊົນ, ນັກຮຽນນັກສຶກສາ ແລະ ທຸກຊັ້ນຄົນໃຊ້ສັນຈອນໄປມາ, ແຕ່ຍັງຊ່ວຍຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ລະຫວ່າງເມືອງ, ນະຄອນຫລວງ ແລະ ເມືອງອ້ອມຂ້າງ ເນື່ອງຈາກຂົວແຫ່ງດັ່ງກ່າວ, ສາມາດເຊື່ອມຈອດກັບເສັ້ນທາງ 13 ໃຕ້ ຈະອຳນວຍຄວາມສະດວກ, ປະຢັດເວລາໃນການເດີນທາງ ສິ່ງສຳຄັນຈະເຮັດໃຫ້ປະຊາຊົນ ແລະ ຊາວຄ້າຂາຍຫັນມາໃຊ້ຂົວແຫ່ງນີ້ຫລາຍຂຶ້ນ ໃນການຂົນສົ່ງສິນຄ້າ ແລະ ຜົນຜະລິດ.
ກ່າວໂດຍ ທ່ານ ສັກໄຊ ວົງມາລາສິດ ໃນມື້ວາງສີລາເລີກໂຄງການກໍ່ສ້າງຂົວດັ່ງກ່າວ ໃນວັນທີ 5 ກຸມພາ 2016
ນອກນັ້ນໃນມື້ຈັດພິທີມອບ-ຮັບດັ່ງກ່າວ ທ່ານ ສັກໄຊ ວົງມາລາສິດ (ປີເຕີ ຈັນ) ຍັງໄດ້ບໍລິຈາກເງິນຈຳນວນປະມານ 85 ລ້ານກີບໃຫ້ແກ່ນ້ອງໆນັກຮຽນ.












