ໂຄງປະກອບລະບົບການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມມີ ພັກປະຊາຊົນປະຕິວັດລາວ, ລັດ ສປປລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາກົນໄກ ແລະ ລະບອບລະບຽບ ໄປຄຽງຄູ່ກັນ. ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ເຊິ່ງເປັນພັກທີ່ໄດ້ນຳພາປະຊາຊົນບັນດາເຜົ່າ ຕ້ານຈັກກະພັດ ຜູ້ຮຸກຮານ ແລະ ໄດ້ຮັບໄຊຊະ ນະໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ພາລະກຳປະຫວັດສາດ ປົກປັກຮັກສາ-ສ້າງສາປະເທດຊາດ ແລະບູລະນະລະບອບປະຊາທິປະໄຕປະຊາຊົນກ້າວ ສູ່ສັງຄົມນິຍົມ ເທື່ອລະກ້າວແນໃສ່ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ ປະຊາຊົນມີຄວາມຜາສຸກ ສັງຄົມມີຄວາມສີວິໄລ ແລະ ຍຸດຕິທຳ. ພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນກອງປະຊຸມໃຫຍ່ແລ້ວ 10 ຄັ້ງ, ແຕ່ລະຄັ້ງໄດ້ມີບົດລາຍງານການເມືອງວາງແຜນແນວທາງຍຸດທະສາດແຕ່່ລະສະໄໝ ແລະ ເລືອກຜູ້ນຳຍຸດທະສາດ ແຕ່ລະຄັ້ງ ແລະ ຮັບຮອງເອົາກົດລະບຽບຂອງພັກ. ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ແລະ ປະທານ ຄະນະບໍລິຫານ ງານສູນກາງພັກ ແຕ່ຄັ້ງທີ 1-5, ຈາກນັ້ນໄດ້ເລືອກຕັ້ງ ທ່ານ ຄຳໄຕ ສີພັນດອນ ເປັນປະທານພັກ ແລະ ທ່ານ ຈຸມມະລີ ໄຊຍະສອນ ແມ່ນເລຂາທິການໃຫຍ່ຂອງພັກ ຄົນປະຈຸບັນ. ການຈັດຕັ້ງ ຂອງພັກມີ 4 ຂັ້ນຄື: ຂັ້ນສູນກາງ, ແຂວງ, ເມືອງ ແລະ ຮາກຖານ ເຊິ່ງເປັນແກນນຳໃຫ້ແກ່ຂະບວນການການຕໍ່ສູ້ກູ້ຊາດໃນເມື່ອ ກ່ອນ ແລະ ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນ.
ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແມ່ນລັດປະຊາທິປະໄຕປະຊາຊົນ. ອຳນາດທັງໝົດເປັນຂອງປະຊາຊົນ,ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ເປັນຫຼັກແຫລ່ງ. ໂດຍມີ ປະທານປະເທດ ເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຜູ້ຕາງຫນ້າໃຫ້ປະຊາ ຊົນລາວ ບັນດາເຜົ່າ ທັງຢູ່ພາຍໃນແລະຕ່າງປະເທດ ຊຶ່ງແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບຄະແນນສຽງຢ່າງຫນ້ອຍ 2/3 ຂອງຈຳນວນສະມາ ຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ. ປະທານປະເທດມີອາຍຸການ 5 ປີ. ປະຈຸບັນແມ່ນ ທ່ານ ບຸນຍັງ ວໍລະຈິດ ດຳລົງຕຳແຫນ່ງເປັນປະທານປະເທດ. ລັດ ປະຊາທິປະໄຕປະຊາຊົນ ປະກອບດ້ວຍ 3 ອຳນາດຄື: ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນ ບັນດາເຜົ່າ, ເປັນອົງການອຳນາດ ແຫ່ງລັດ ແລະ ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງ ບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການ ເຄື່ອນໄຫວຂອງອົງການບໍລິຫານ, ສານປະ ຊາຊົນ ແລະ ອົງການໄອຍະການປະຊາຊົນ. ການກໍ່ສ້າງ ແລະ ປັບປຸງກົດຫມາຍມາຮອດປະຈຸບັນ ມີທັງ ຫມົດ 58 ສະບັບ. ສະພາແຫ່ງຊາດແຕ່ລະ ຊຸດມີອາຍຸ ຸການ 5 ປີ. ປະຈຸບັນແມ່ນສະແຫ່ງຊາດຊຸດທີ V ໂດຍແມ່ນທ່ານ ສະຫມານວິຍະເກດ ເປັນປະທານ.ລັດຖະບານແມ່ນອົງການບໍລິຫານແຫ່ງລັດ. ລັດຖະບານຄຸ້ມຄອງຢ່າງເປັນເອກະພາບການ ປະຕິບັດຫນ້າທີ່ຂອງລັດໃນທຸກດ້ານ: ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນ, ຄວາມສະຫງົບ ແລະ ການຕ່າງປະເທດ. ລັດຖະບານປະກອບດ້ວຍ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າກະຊວງ. ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ. ປະຈຸບັນ ແມ່ນ ທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະ ມົນຕີ ໂດຍໄດ້ຮັບການແຕ່ງຕັ້ງຈາກປະ ທານປະເທດ ພາຍຫຼັງສະພາແຫ່ງຊາດຮັບຮອງເອົາແລ້ວ.
ທີ່ມາ Wikipedia