Microsoft Office ຖືເປັນອີກໂປຣແກມໜື່ງທີ່ມີຜູ້ໃຊ້ກວ່າ 1 ພັນລ້ານຄົນທົ່ວໂລກ ແລະ ການລີດີຊາຍໂລໂກ້ໃໝ່ຄັ້ງນີ້ນັບເປັນຄັ້ງແລກໃນຮອບ 5ປີ ຕັ້ງແຕ່ໃຊ້ໂລໂກ້ໄອຄອນປີ 2013 ເປັນຕົ້ນແບບສະເໝີມາຊື່ງໄລຍະທີ່ຜ່ານມາຕະຫຼອດຫ້າປີທີ່ຜ່ານມານີ້ໄດ້ເກີດເທັກໂນໂລຢີຕ່າງໆ ການພັດທະນາຕົວໂປຣແກມມາຕ່າງໆ ຫຼາກຫຼາຍ ລວມເຖິງ Office ລຸ້ນໃໝ່ໆ ນີ້ເອງກໍ່ມີເທັກໂນໂລຢີປະມວນຜົນຮ່ວມກັບ AI ເຮັດໃຫ້ໂປຣແກມມີປະສິດທິພາບຫຼາຍຍີ່ງຂື້ນ ທາງ Microsoft ເລີຍຖືໂອກາດນີ້ໃນການລີດີຊາຍໂລໂກ້ໃໝ່ໄປດ້ວຍເລີຍນັ້ນເອງ
ໂດຍໄອຄອນຊຸດໃໝ່ນີ້ຈະເນັ້ນເປັນສີສັນຫຼາຍຂຶ້ນ ຊື່ງຈະໃຊ້ວິທີການໄລ່ແບບສີ ຈາກເດີມທີ່ຈະໃຊ້ສີແຕ່ແບບໂທນດຽວ ລວມເຖິງໃສ່ມິຕິແສງ ແລະ ເງົາລົງໄປໃນຕົວໄອຄອນອີກດ້ວຍ ໂດຍທາງ Microsoft ເລີ່ມປ່ຽນໄອຄອນ Office ເຫຼົ່ານີ້ທັງໝົດ ໃນເດືອນທັນວາທັງເທິງແພັດຟອມມືຖື ແລະ PC ຕາມລຳດັບ ສ່ວນຕົວທີມງານເບີ່ງວ່າລໍ້າສວຍງາມກ່ອນເດີມຫຼາຍ
ຂອບໃຈທີ່ມາ => https://notebookspec.com