ການອັບໂຫຼດຄວາມຮູ້ເຂົ້າສະໝອງຄືກັບເລື່ອງໜ້າເຫຼືອເຊື່ອຢ່າງກັບໜັງ Sci-Fi ສຸດຄຣາດສິກຢ່າງ The Matrix ຊື່ງນັກວິທະຍາສາດຍືນຍັນແລ້ວວ່າສາມາດສ້າງເຄື່ອງທີ່ສາມາດກະຕຸ້ນສະໝອງໃຫ້ຮຽນຮູ້ທັກສະໃໝ່ໆ ໄດ້.
ໂຕເຄື່ອງທີ່ສ້າງຂື້ນມານີ້ສາມາດກະຕຸ້ນສະໝອງໃຫ้ຮຽນຮູ້ທັກສະຕ່າງໆ ຢ່າງງ່າຍດາຍໂດຍໃຊ້ເວລາພຽງສັ້ນໆ ຊື່ງພວກເຂົາເຊື່ອວ່ານີ້ເປັນຈຸດເລີ່ມຕົ້ນໃນການພັດທະນາຊ໊ອບແວໃຫ້ຄືກັບໜັງ The Matrix ໄດ້; ນັກວິໄຈຈາກແລ໊ບ HRL California ເຜີຍວ່າ: ພວກເຂົາຮຽນຮູ້ຄື້ນສັນຍານໃນສະໝອງຂອງນັກບິນຊໍານານ ແລະ ນຳຄື້ນສະໝອງຂອງນັກບິນຊໍານານໄປກະຕຸ້ນໃນກຸ່ມທົດລອງພົບວ່າພວກເຂົາມີທັກສະການຂັບເຄື່ອງບິນ ( ຍົນ ) ທີ່ເພີ່ມຂື້ນໄດ້ທັນທີເມືອທົດລອງຂັບກັບເຄື່ອງບິນຈຳລອງ, ໂດຍນັກວິທະຍາສາດເອີ້ນວິທີນີ້ວ່າ : Transcranial Direct Current Stimulation.
Dr.Matthew Philips ກ່າວວ່າ, ເມື່ອຄົນຮຽນຮູ້ອັນໃດສັກຢ່າງໜື່ງ ຮູບຮ່າງຂອງສະໝອງຈະມີການປ່ຽນແປງໄປ ການເຊື່ອມຕໍ່ຈະເກີດຂື້ນ ແລະ ແຂງແຮງຂື້ນຊື່ງນັກວິທະຍາສາດເອີ້ນກະບວນນີ້ວ່າ “neuro-plasticity” .
ການເຮັດ tDCS ອາໃສກະແສໄຟຟ້າກະຕຸ້ນພື້ນທີ່ວ່າງຂອງສະໝອງເພື່ອໃຫ້ເກີດການຮຽນຮູ້ໄດ້ໄວຂື້ນ, ນອກຈາກນີ້ວິທີດັງກ່າວຍັງຊ່ວຍໃຫ້ຜູ້ປ່ວຍໂລກສະໝອງຂາດເລືອດ ຫຼື Stroke ສາມາດຟື້ນຕົວໄດ້ໄວຂື້ນອີກດ້ວຍ.