ໃນຂະນະທີ່ຫຼາຍໆປະເທດກຳລັງສຸມໃສ່ການພັດທະນາເຕັກໂນໂລຢີ-ດິຈິຕໍ ເພື່ອກ້າວເຂົ້າສູ່ຍຸກສັງຄົມ 4.0 ແຕ່ຢີ່ປຸ່ນວາງແຜນໄປໄກກວ່ານັ້ນ ພວກເຂົາກຳລັງມີການວາງແຜນປະເທດ 5.0 ຫຼື ທີ່ເອີ້ນວ່າ ສັງຄົມ 5.0
“ICT ກຳລັງຈະປະຕິວັດໂລກເປັນຄັ້ງທີ່ສາມ ຊື່ງເຮົາກຳລັງກ້າວສູ່ ຍຸກສັງຄົມ 5.0 ເຊິ່ງວິທະຍາສາດ ແລະ ເທັກໂນໂລຢີ ຈະເຂົ້າມາມີບົດບາດສຳຄັນໃນການຍົກລະດັບຊີວິດການເປັນຢູ່ຂອງມະນຸດໃຫ້ດີຂື້ນຕໍ່ໄປ” ກ່າວໂດຍ ທ່ານຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງປະເທດຢີ່ປຸ່ນ
ຢີ່ປຸ່ນເຫັນວ່າ ການພັດທະນາປະເທດໃນອານາຄົດ ຕ້ອງນຳໃຊ້ເທັກໂນໂຍຢີ 4.0 ເພື່ອມາພັດທະນາ, ສ້າງສັງຄົມ 5.0 ຊື່ງມັນບໍ່ມີພຽງແຕ່ການສ້າງເທັກໂນໂລຢີໃໝ່ໆ ແຕ່ມັນຍັງເປັນການແກ້ໄຂບັນຫາຂອງສັງຄົມເຊັ່ນ: ການຍົກສູງບົດບາດຄວາມສຳຄັນຂອງຜູ້ຍິງໃຫ້ມີຫຼາຍຍີ່ງຂື້ນ, ການເພີ່ມຂຶ້ນຂອງຜູ້ສູງອາຍຸທີ່ເພີ່ມຈຳນວນຂື້ນທຸກມື້ ແລະ ການຫຼຸດລົງຂອງຈຳນວນປະຊາກອນ.
ຍຸກສັງຄົມ 5.0 ຈະພັດທະນາໄປໃນແນວທາງໃດ ?
ໃນຍຸກສັງຄົມ 5.0 ເປັນສັງຄົມທີ່ເຕັມໄປດ້ວຍອຸປະກອນ Sensor ທີ່ສາມາດກວດຫາໂລກໄພໄຂ້ເຈັບໄດ້ກ່ອນທີ່ໂຕເຮົາຈະເປັນ. ດ້ວຍເທັກໂນໂລຢີທີ່ຈະຕ້ອງມີໃນອານາຄົດຢ່າງແນ່ນອນ ເຊັ່ນ: IoT, Robot, AI, Big Data, 3D Printing ແລະ VR ຊື່ງແບ່ງອອກເປັນ 2 ສ່ວນຄື:
- Cyber Space (ພື້ນທີ່ຂອງໂລກໄອທີ)
- Physical Space (ພື້ນທີ່ຂອງໂລກຄວາມເປັນຈີງ)
ເຊິ່ງໃນອານາຄົດທັງ 2 ສ່ວນຈະເຮັດວຽກຮ່ວມກັນໂດຍການເກັບຂໍ້ມູນໃນໂລກແຫ່ງຄວາມເປັນຈີງຜ່ານລະບົບ Sensor ທີ່ກະຈາຍຢູ່ໃນອຸປະກອນຕ່າງໆ ຈາກນັ້ນສົ່ງຂໍ້ມູນເຂົ້າໄປ Cyber Space ໃນຮູບແບບ Big Data ໃຫ້ AI ຫຼັງຈາກນັ້ນຂໍ້ມູນເຫຼົ່ານັ້ນຈະຖືກນຳໄປວິເຄາະດ້ວຍສະໝອງມະນຸດ, ໂດຍການນຳເອົາຜົນຈາກໂລກແຫ່ງຄວາມເປັນຈີງ ແລະ ເທັກໂນໂລຢີ ສະຫຼຸບອອກມາເປັນ ເປັນຫຸ່ນຍົນ ຫຼື 3D-Printing ເປັນຕົ້ນ.
ກ່ອນຈະພັດທະນາເຂົ້າສູ່ຍຸກສັງຄົມ 5.0
- ຍຸກສັງຄົມ 1.0 ຍຸກເລີ່ມແລກມະນຸດຕ້ອງລ່າສັດ ແລະ ເກັບຫາອາການ.
- ຍຸກສັງຄົມ 2.0 ຍຸກທີ່ມະນຸດຮູ້ຈັກເຮັດການກະເສດ, ປູກຝັງ ແລະ ລ້ຽງລັດ.
- ຍຸກສັງຄົມ 3.0 ຍຸກອຸດສາຫະກຳທີ່ມີເຄື່ອງຈັກຂະໜາດໃຫຍ່ນຳໃຊ້ເຂົ້າໃນການຜະລິດ.
- ຍຸກສັງຄົມ 4.0 ຍຸກເທັກໂນໂລຢີຂໍ້ມູນຂ່າວສານ.
- ຍຸກສັງຄົມ 5.0 ທີ່ກຳລັງມາແມ່ນຍຸກແຫ່ງອຸປະກອນ Sensors ເຊັ່ນ ຫຸ່ນຍົນ, ຂໍ້ມູນ ແລະ ປັນຍາປະດິດ ເປັນຕົ້ນ.
ສັງຄົມ 5.0 ຈະໃຫ້ຫຍັງແນ່ແກ່ປະຊາຊົນຢີ່ປຸ່ນ
ປະຈຸບັນຫຼາຍໆ ບໍລິສັດໃນຢີ່ປຸ່ນເລີ່ມຕື່ນຕົວກັບສັງຄົມ 5.0 ເພາະເຂົາເຈົ້າເຫັນວ່າ ຖ້າເກີດຂື້ນແທ້ຈະມີປະໂຫຍດຫຼາຍໆດ້ານ ເຊັ່ນ:
- ພື້ນທີ່ບໍ່ມີການແຂ່ງຂັນ ໝາຍເຖິງ ບໍລິສັດຕ່າງໆ ຈະມີການຮ່ວມມືກັນຫຼາຍກວ່າທີ່ຈະມາຂັດຜົນປະໂຫຍດກັນເອງລະຫວ່າງບໍລິສັດໃຫຍ່ໆ, Tech Startup ແລະ SME
- ຕ້ອງຄືນຄວາມຮູ້ໃຫ້ແກ່ສັງຄົມ ໝາຍເຖິງ ຜູ້ບໍລິຫານຕ້ອງກັບໄປສອນນັກຮຽນໃຫ້ມີຄວາມຮູ້ຄວາມສາມາດ.
- ສົ່ງເສີມໃຫ້ຜູ້ຍິງມີບົດບາດສຳຄັນ ແລະ ກ້າທີ່ຈະສະແດງຄວາມສາມາດໄດ້ຫຼາຍກວ່າເກົ່າ.
- ສ້າງແຮງງານທີ່ມີຄວາມຫຼາກຫຼາຍ.
ອຸປະສັກຍຸກສັງຄົມ 5.0
- ລະບົບທາງລັດຖະການ
- ກົດໝາຍ
- ຊັບພະຍາກອນມະນຸດ
- ການຍອມຮັບຕໍ່ສັງຄົມ
ການທີ່ຫຼາຍໆ ປະເທດຕ່າງກຳລັງເລັ່ງພັດທະນາເສດຖະກິດ ແລະ ສັງຄົມກັນຢູ່ໃນຂະນະນີ້ ກໍ່ເພື່ອເປັນການຍົກລະດັບມາດຕະຖານການຄອງຊີບ ແລະ ຄວາມເປັນຢູ່ຂອງປະຊາຊົນໃຫ້ດີຍີ່ງຂື້ນ, ແຕ່ຕ້ອງບໍ່ລືມພື້ນຖານໂຄງສ້າງທາງເສດຖະກິດດ້ວຍວ່າປະເທດຈະສາມາດພັດທະນາໄປໄດ້ຫຼາຍໜ້ອຍສໍ່າໃດ.
ທີ່ມາ rabbitfinance.com