ຫວຽດນາມ ອິນເວສເມນທ໌ ຣີວີວ ເຊິ່ງເປັນສື່ຂ່າວທາງການຂອງຫວຽດນາມ ລາຍງານວ່າ ຟ໊ອກຄອນນ໌ ບໍລິສັດທີ່ຮັບຜະລິດສິນຄ້າເອເລັກໂຕນິກລາຍໃຫຍ່ທີ່ສຸດຂອງໂລກ ແລະ ເປັນບໍລິສັດຜູ້ສະໜອງລາຍໃຫຍ່ຂອງແອັບເປີ້ນ, ກຳລັງພິຈາລະນາສ້າງໂຮງງານຜະລິດ iPhone ໃນຫວຽດນາມ ເພື່ອຫຼຸດຜ່ອນຜົນກະທົບຈາກການເຮັດສົງຄາມການຄ້າລະຫວ່າງສະຫາລັດອາເມລິກາ ແລະ ຈີນ.
ຖ້າວ່າຟ໊ອກຄອນນ໌ມີການຕັ້ງໂຮງງານໃນຫວຽດນາມແທ້ ຖືໄດ້ວ່າເປັນການດຳເນີນການທີ່ສຳຄັນກ້າວທຳອິດຂອງບໍລິສັດ ໃນການຍົກຍ້າຍຖານການຜະລິດອອກຈາກຈີນ ໃນລະຫວ່າງກາງຄວາມຕຶງຄຽດທາງການຄ້າລະຫວ່າງສະຫາລັດອາເມລິກາ ແລະ ຈີນ.
ນອກຈາກນີ້, ຈາກການສຳຫຼວດຜູ້ບໍລິຫານຫຼາຍໆຄົນຂອງຈີນຍັງລະບຸວ່າ ຖ້າວ່າບໍລິສັດຂອງພວກເຂົາຈຳເປັນຕ້ອງຊອກຫາຖານການຜະລິດສິນຄ້າແຫ່ງໃໝ່ ເພື່ອຫຼີກລ້ຽງຜົນກະທົບຈາກການເຮັດສົງຄາມການຄ້າ ປະເທດໄທ ແລະ ຫວຽດນາມຖືເປັນປະເທດທີ່ມີຄວາມໜ້າສົນໃຈທີ່ສຸດ.
ກ່ອນໜ້ານີ້, ຟ໊ອກຄອນນ໌ເປີດເຜີຍວ່າ: ການເຮັດສົງຄາມການຄ້າລະຫວ່າງສະຫະລັດອາເມຣິກາ ແລະ ຈີນຖືເປັນປັນຫາທ້າທາຍທີ່ໃຫຍ່ທີ່ສຸດທີ່ບໍລິສັດກຳລັງເຈີຢູ່ ແລະ ຜູ້ບໍລິຫານຂອງບໍລິສັດກຳລັງຈັດກຽມແຜນເພື່ອຫຼຸດຜ່ອນຜົນກະທົບດັ່ງກ່າວ.
ທີ່ມາ smartsme.co.th