ເປັນຫຍັງໝູ່ຄູ່ໃນສະໄໝຮຽນມັດທະຍົມຈື່ງຄົບກັນດົນ ນີ້ຄືສີ່ງທີ່ຫຼາຍໆຄົນສົງໃສມາແຕ່ດົນ ບໍ່ມີໝູ່ຄົນໃດສະນິດເທົ່າໝູ່ທີ່ຮຽນນຳຢູ່ມັດທະຍົມ, ມາເບີ່ງກັນເລີຍວ່າເປັນຍ້ອນຫຍັງ??
-
ບໍ່ຕໍ່ແຫຼ.
ເປັນຕົວເອງ.. ໃຜເປັນຈັ່ງໃດ..ເຫັນກັນໝົດ, ໃຜຮຽນເກັ່ງ, ໃຜຮຽນອ່ອນ, ໃຜໂງ່, ໃຜສະຫຼາດ, ໃຜດຸໝັ່ນ, ໃຜຂີ້ຄ້ານ, ຮູ້ຮອດພໍ່ແມ່ໃຜເປັນຈັ່ງໃດ ມີເງິນ ຫຼື ບໍ່ມີ. ຮູ້ກັນໝົດ ບໍ່ຕ້ອງມາເຮັດເສແສ້ງໃສ່ກັນ
-
ບໍ່ມີຜົນປະໂຫຍດ.
ສະໄໝຮຽນມັດທະຍົມ ບໍ່ມີຜົນປະໂຫຍດເຂົ້າມາກ່ຽວຂ້ອງຄົບກັນໄດ້ເພາະ “ມຶງກັບກູ” ຄືໆກັນ, ບໍ່ແມ່ນເພາະຄົບເພື່ອເພິ່ງພາອີຫຍັງກັນຫຼາຍ.
ຢ່າງໜ້ອຍກໍ່ພຽງແຕ່ “ກູຂໍກ່າຍແນ່” ເວລາເສັງ ຫຼື ກວດກາ
ເວລາເອົາໄປສົ່ງອາຈານ ຕອບຜິດຄືກັນກໍ່ມີຕະຫຼອດ ເພາະເຮົາໄປກ່າຍຂອງມັນ, ດີບໍ່ດີເຮັດເອງຍັງອາດຈະຖືກກ່ອນຊ້ຳ.
-
ຮູ້ຈັກກັນຮອດພໍ່, ແມ່, ພີ່ນ້ອງ, ເຮືອນຊານບ້ານຊ່ອງ, ຮູ້ໃສ້, ຮູ້ຕັບກັນໝົດ.
ສະນິດກັນແບບບໍ່ມີຫຍັງປິດບັງ ສະນິດກັນຂະໜາດເອີ້ນຊື່ໝູ່ເປັນຊື່ພໍ່ມັນ, ບ່າງເທື່ອເອີ້ນຈົນຮຽນຈົບກໍ່ມີ, ບາງເທື່ອເອີ້ນຊື່ມັນ( ຊື່ງເປັນຊື່ຂອງພໍ່ມັນ ) ພໍ່ມັນຂານຕອບເຮົາກໍ່ມີ ເພາະພໍ່ມັນນືກວ່າເອີ້ນລາວ ທີ່ດີຄືໝູ່ຄູ່ບໍ່ຄຽດໃຫ້ກັນເລີຍ.
-
ເລີ່ມຈີບຜູ້ສາວພ້ອມໆກັນ.
ດ້ວຍລີລາຄາລົມທີ່ເຖິງທຸກມື້ນີ້ຍັງເກີດຄຳຖາມກັບຕົວເອງວ່າ “ກູເຮັດໄປໄດ້ຈັ່ງໃດວະ” ແຕ່ກໍ່ເປັນການຈີບສາວແບບໃສໆ ຊື່ໆ ທັງໆທີ່ຮູ້ວ່າຈີບໄປກໍ່ເທົ່ານັ້ນ “ປານໝາເຫັນປາກະປ໋ອງ” ຈັ່ງໃດບຸແລະ
ພາກັນລົມເລື່ອງສະໄໝນັ້ນນຳກັນມື້ໃດກໍ່ຄິດຢາກຫົວຕະຫຼອດ. ບາງເທື່ອກໍ່ຄິດດີໃຈນຳອີກ ທີ່ບໍ່ໄດ້ຈີບເປັນຈີງເປັນຈັງຈົນຂໍແຕ່ງງານ.
-
ເຮັດຫຍັງໂງ່ໆຄືກັນ.
ໃນໄວມັດທະຍົມເປັນຊ່ວງຮອຍຕໍ່ລະຫວ່າງຄວາມເປັນເດັກນ້ອຍ ກັບໄວລຸ້ນທີ່ກຳລັງຈະເຕີບໂຕຫເປັນຜູ້ໃຫຍ່ ຈື່ງມີເລື່ອງໂງ່ໆໃຫ້ເຮັດແຕກຕ່າງກັນ. ເບີ່ງໄປເບີ່ງມາ, ຈົນບໍ່ມີໃຜສະຫຼາດກວ່າກັນໃນສາຍຕາຜູ້ໃຫຍ່ພາະຄິດວ່າການເຮັດຫຍັງແຕ່ລະເລື່ອງ ມີແຕ່ເລື່ອງໂງ່ໆ ທັງນັ້ນ, ມັນເລີຍຄົບກັນໄດ້ດົນ ເພາະບໍ່ຕ້ອງມີໃຜອາຍໃຜ.
-
ກິນ, ນອນ, ທ່ອງທ່ຽວ ນຳກັນ.
ໄວມັດທະຍົມ ເປັນໄວທີ່ຕິດກັນປານເຂົ້າໜົມຕັງເມ, ໄປໃສໄປນຳກັນເປັນກຸ່ມເປັນແກ້ງ, ກິນກະກິນນຳກັນທັງທີ່ບໍ່ຄ່ອຍຈະມີອັນ ໃຫ້ກິນ, ນອນກະນອນເກືອກກີ້ງຢູ່ເທິງພື້ນຕຽງນຳກັນ.
ຫຼັບໄດ້ເພາະເມື່ອຍ-ເພຍ ທີ່ໄປຫຼີ້ນນຳກັນໝົດມື້, ຄວາມຜູກພັນມັນຈື່ງຖືກຫຼໍ່ຫຼອມຈົນກາຍເປັນເນື້ອດຽວກັນ ມື້ລະນິດ ມື້ລະໜ້ອຍ ຈົນແຍກກັນບໍ່ອອກ.
-
ຖືກອາຈານດ່າ ຖືກລົງໂທດ ນຳກັນ.
ຈົນບໍ່ມີຢາງອາຍຫຍັງອີກແລ້ວ ໃໝ່ໆອາດຈະອາຍໝູ່ສະນິດທີ່ເປັນຜູ້ຍິງເປົ້າໝາຍຕາ ທີ່ຢູ່ໃນຫ້ອງດຽວກັນພໍດົນໆໄປ ທັງເຂົາທັງເຮົາກໍຊິນກັນໄປເອງຈົນບໍ່ມີໃຜອາຍໃຜ.
-
ມີອະດີດ ແລະ ວິລະກຳຮ່ວມກັນມາຍາວນານ.
ໝູ່ທີ່ສະນິດຄົບກັນຈົນສະນິດ ຍ່ອມຈະມີເລື່ອງປະຫວັດສາດ ຫຼື ວິລະກຳທີ່ຮ່ວມກັນມາຫຼາຍລົດຊາດ, ຈົນເລົ່າບໍ່ມີມື້ໝົດຈັກເທື່ອ ທຸກຄັ້ງທີ່ກັບໄປຍ້ຽມຍາມ.
ໂຮງຮຽນທີ່ເຄີຍຮຽນນຳກັນ ກໍ່ຈະຈົດຈຳພາບໄດ້ທຸກພາບ ວ່າອັນໃດຢູ່ບ່ອນໃດ, ໝາກມ່ວງຕົ້ນໃດທີ່ເຄີຍຂື້ນ ໃຜຖືກອາຈານລົງໂທດບ່ອນໃດ, ແຕ່ລະຄົນຈັ່ງໃດ, ຈື່ໄດ້ໝົດ. ເຊິ່ງລ້ວນແຕ່ເປັນວິລະກຳແບບໂງ່ໆ ທີ່ບໍ່ແຕກຕ່າງກັນພໍເທົ່າໃດ.
-
ຂໍເງິນກັນຊື້ເຂົ້າໜົມ ແທນການຂໍຍືມ.
ແຕ່ສະໄໝນັ້ນ ທຸກຄົນໄດ້ເງິນມາໂຮງຮຽນບໍ່ຫຼາຍປານໃດ ພຽງແຕ່ 5-10 ພັນກີບເທົ່ານັ້ນ ຈະຕ່າງກັນໄປຕາມຖານະຂອງແຕ່ລະບ້ານ ແຕ່ກະບໍ່ຫຼາຍ.
ຄວາມອົດຢາກປາກແຫ້ງ ຈື່ງມາເຍືອນແບບບໍ່ແຕກຕ່າງກັນປານໃດ. ການຂໍເງິນໝູ່ຊື້ເຂົ້າໜົມ ຫຼື ການແຊກັນ ຫຼື ໃຫ້ໝູ່ລ້ຽງ ຈື່ງເປັນເລື່ອງປົກກະຕິ ການ “ ຂໍຍືມ ” ເງິນໝູ່ສະໄໝນັ້ນບໍ່ຄ່ອຍມີໃຫ້ເຫັນ ມີແຕ່ “ ຂໍເລີຍ ” ຫຼື “ ຂໍລືມ ” ເທົ່ານັ້ນ.
-
ເຮົາມາເຈີກັນແຕ່ໃນແຕ່ລະຄັ້ງຫຼັງຈາກຈົບການສືກສາ.
ເຮົາຈະເຫັນວິວັດທະນາການ ຫຼື ການເຕີບໂຕຂອງໝູ່ໃນກຸ່ມແຕ່ລະຄົນ, ພ້ອມກັບໄດ້ລື້ຝື້ນຄວາມຫຼັງ ຄວາມຊົງຈຳເກົ່າທີ່ມີຮ່ວມກັນ.
“ເຖິງວ່າມື້ນີ…ທຸກຄົນຈະມາໄກສໍ່າໃດກໍ່ຕາມ ແຕ່ເຮົາກໍມີຈຸດເລີ່ມຕົ້ນທີ່ບໍ່ຕ່າງກັນຄື ຄວາມເປັນໝູ່ກັນທີ່ບໍ່ມີອັນກີດຂວາງລະຫວ່າງ “ມຶງກັບກູ” ໄປໄດ້.
ແຕ່ທັງໝົດນີ້ ມັນບໍ່ສຳຄັນວ່າຈະຮູ້ຈັກກັນໃນຊ່ວງໃດ, ສິ່ງສຳຄັນແມ່ນຄວາມຈິງໃຈຕໍ່ກັນຕ່າງຫາກທີ່ເຮັດໃຫ້ເຮົາເປັນໝູ່ກັນມາຮອດປານນີ້!
ທີ່ມາ=> http://sb.in.th