ຄຳວ່າ “ແອັດມິນເພສ” ຫຼື ຈະເອີ້ນໃຫ້ສັ້ນກວ່ານັ້ນກໍ່ ແອັດ ແລ້ວອາດຈະຕາມດ້ວຍຊື່ ເຊັ່ນ: ແອັດຂິງຂິງ, ແອັດວາຟ, ເອີ້ນໄດ້ວ່າກາຍເປັນຄຳຄຸ້ນເຄີຍຂອງຊາວໂຊຊ່ຽວໄປແລ້ວ. ແຕ່ແທ້ໆແລ້ວແອັດມິນເພສ ບໍ່ໄດ້ເປັນກັນງ່າຍໆ ແລະ ແອັດມິນເພສທີ່ເຮົາເອີ້ນໆກັນບໍ່ໄດ້ມີຕຳແໜ່ງເປັນແອັດມິນແທ້ໆນຳອີກ.
ອ້າວ….ອາດຈະງົງ ບໍ່ຕ້ອງງົງໄປເລີຍ ດຽວເຮົາຈະມາເຮັດຄວາມຮູ້ຈັກຕຳແໜ່ງຕ່າງໆ ແລະ ໜ້າທີ່ຂອງແຕ່ລະຕຳແໜ່ງໃນ Facebook Page Roles ວ່າໃຜເຮັດຫຍັງແນ່, ເຮັດອັນໃດບໍ່ໄດ້ແນ່, ໃຫ້ເຂົ້າໃຈພອ້ມໆກັນໄປເລີຍ.
ມາໆເລີມເລີຍ, ມາເລີມທີ່ເຮົາເປີດເພສ ເຮົາຜູ້ເປັນເຈົ້າຂອງເພສກໍຈະຖຶກໃຫ້ເປັນຕຳແໜ່ງ Admin ໂດຍທຳມະດາຢູ່ແລ້ວ ຖ້າຫາກໃຜທີ່ຈະເຮັດເພສພຽງຄົນດຽວກໍອາດຈະບໍ່ໄດ້ໃສ່ໃຈການ Setting ນີ້ບໍ່ຫຼາຍປານໃດ. ແຕ່ເມື່ອຕ້ອງເລີ່ມມີຜູ້ດູແລເພສເພີ່ມຂື້ນມາ 1 2 3 4 ຫຼື ຫຼາຍກວ່ານັ້ນຕາມຈຳນວນຄົນຜູ້ທີ່ກ່ຽວຂ້ອງ ຄົນຫຼາຍປານນີ້ຖ້າທຸກຄົນມີສິດໃນການປັບແຕ່ງເພສ, ມີສິດໃນການເຂົ້າເຖິງຂໍ້ມູນຕ່າງໆກໍ່ຄົງບໍ່ດີເທົ່າໃດ ຍີ່ງໃນສ່ວນຂອງເພສທີ່ກ່ຽວຂ້ອງກັບການເງິນແລ້ວ ເຟສບຸກຈື່ງໄດ້ແບ່ງລະດັບຊັ້ນຂອງ Page Roles ໄວ້ດັ່ງນີ້:
:ADMIN
ຕຳແໜ່ງໃຫຍ່ທີ່ສຸດສາມາດເຮັດໄດ້ທຸກຢ່າງໃນການສ້າງຄ່າເພສ, ໂພສ, ລົບ, ຄອມເມັ້ນ, ອິນບ໋ອກ Run Ads. ເອີ້ນວ່າມີຟັງຊັ່ນອັນໃດໄດ້ໝົດ ລວມໄປເຖິງເປັນຄົນດຽວທີ່ສາມາດເພີ່ມ-ລົບ-ແກ້ໄຂຕຳແໜ່ງອື່ນໆໄດ້. ສະນັ້ນແອັດມິນບໍ່ຄວນມີຫຼາຍ ຄວນເປັນເຈົ້າຂອງເພສຮ່ວມຫຸ້ນສ່ວນຄົນທີ່ມີຄວາມສຳຄັນກັບການສ້າງເພສ.
:EDITOR
ອາດຈະບໍ່ແມ່ນເຈົ້າຂອງເພສ ແຕ່ເປັນຄົນດູແລຄອນເທັນຕ໌ຕາຕະລາງການໂພສ, ຖ້າມໍນິເຕີຄວາມເຄື່ອນໄຫວຂອງເພສ ຕຳແໜ່ງນີສາມາດເຮັດວຽກໃນການລົງ ແລະ ປັບປ່ຽນເນື້ອຫາ ລວມໄປເຖິງການດູແລໂຄສະນາ ແຕ່ບໍ່ສາມາດປ່ຽນແປງຂໍ້ມູນບັດເຄດິດຣ໌, ແຕ່ທີ່ແທ້ໆຕຳແໜ່ງນີ້ຄືຕົວຕາຍຕົວແທນຂອງເຈົ້າຂອງເພສ ຫຼື ທີ່ຄົນທົ່ວໄປເຂົ້າໃຈວ່າເປັນແອັດມິນນັ້ນແລະ, ແຕ່ແທ້ໆຕຳແໜ່ງທີ່ຄອຍໂພສ, ຄອຍຕອບໂຕ້ກັບເຮົາ(ໂດຍສະເພາະໃນເພສແບນຣ໌ໃຫຍ່), ມັກຈະເປັນ Editor ສ່ວນຫຼາຍແຕ່ບໍ່ແມ່ນແອັດມິນຕົວຈິງ.
:MODERATOR
ຕຳແໜ່ງນີ້ຈະຈຳເປັນໃນເພສສິນຄ້າ ແລະ ບໍລິການຫຼາຍກວ່າ ເພສຂາຍເຄື່ອງທີ່ຕ້ອງໄດ້ຕອບອິນບ໋ອກ, ຕອບຄອມເມັ້ນກັນ 24 ຊົ່ວໂມງ. Moderator ຈື່ງເປັນແຂນຂາຂອງ Editor ອີກເທື່ອໜື່ງ, ຖ້າເພສຂອງເຮົາຍັງບໍ່ໄດ້ມີຄົນຫຼາຍ ແລະ ຍັງຕ້ອງຊ່ວຍໆກັນໂພສຢູ່ ເລືອກເປັນຕຳແໜ່ງ Editor ຈະສະບາຍກວ່າ.
:ADVERTISER
ຊື່ກໍ່ບອກຢູ່ແລ້ວວ່າເປັນນັກໂຄສະນາ ມຸ່ງໝັ້ນມາເພື່ອບູສໂພສ ເບີ່ງ insight ບໍ່ໄດ້ຍຸ້ງກັບເລື່ອງຄອນເທນປານໃດ, ຕຳແໜ່ງນີ້ຈື່ງໂພສບໍ່ໄດ້, ຕອບຄອມເມັ້ນບໍ່ໄດ້, ພາລະກິດກໍ່ຈະວົນວຽນຢູ່ທີ່ຫຼັງບ້ານ ບໍ່ອອກໜ້າທັບເລີຍ.
:ANALYST
ເຂົ້າເບີ່ງ insight ຢູ່ແຕ່ຕຳແໜ່ງນີ້ມາເພື່ອເກັບຂໍ້ມູນ ແລະ ອອກໄປ. ສ່ວນໃຫຍ່ຈະໃຊ້ໃນບໍລິສັດໃຫຍ່ໆທີ່ອາດຈະຈ້າງອົງກອນອື່ນມາເພື່ອວິເຄາະຂໍ້ມູນ ຈື່ງອານຸຍາດໃຫ້ເຂົ້າເຖິງຕົວເລກຕ່າງໆໄດ້ຢ່າງດຽວແຕ່ບໍ່ສາມາດເຮັດຫຍັງໄດ້ກັບເພສ, ເຖີງຢ່າງໃດຕຳແໜ່ງນີ້ກໍ່ສຳຄັນຢູ່ ເພາະຢ່າງທີ່ຮູ້ກັນວ່າການວິເຄາະພຶດຕິກຳຜູ້ບໍລິໂພກຈາກຕົວເລກຕ່າງໆນັ້ນສາມາດນຳໄປປັບກົນລະຍຸດຕ່າງໆຂອງບໍລິສັດຢ່າງວັດຜົນໄດ້.
ນີ້ກໍ່ເປັນ 5 ຕຳແໜ່ງຫຼັກໆໃນ Page Roles ແຕ່ແປັບໜື່ງ ເຫັນໜ້ອຍໜື່ງໃນພາບແມ່ນບໍ່ວ່າມີ Job Manager ນຳອັນນີ້ກໍເປັນສ່ວນທີ່ລິ້ງ ແລະ ສາມາດໃຊ້ຟີວເຈີຕ່າງໆໃນການໂພສງານ, ຕອບຜູ້ສະໝັກເຂົ້າດູເຮຊູເມ່ຕ່າງໆ ເຊື່ງຍັງບໍ່ແມ່ນ Page Roles ຫຼັກເພາະກ່ອນໜ້ານີ້ກໍມີຕຳແໜ່ງຊົ່ວຄາວຄ້າຍໆກັນຢ່າງ Live Contributor ໃນຊ່ວງທີ່ເປີດຕົວຟິວເຈີ Live ໃໝ່ໆເພື່ອຈະໃຫ້ດາຮາ ອິນຟູເອັນເຊີມາເທສເພສໄປເຮັດ Live ຊົ່ວຄຣາວ, ແຕ່ພາຍຫຼັງກໍ່ມີການເອົາອອກໄປຈັ່ງໃດກໍລອງເອົາໄປປັບໃຊ້ໃຫ້ເໜາະສົມກັບຂະບວນການເຮັດວຽກກັນເບີ່ງ.