ໝົດຍຸກ “ໃບປະລິນຍາຕິດຝາເຮືອນ” ທັກສະຊີວິດ-ທັກສະອາຊີບສຳຄັນກ່ວາ.

“ຮຽນສູງ” ມາສຳ່ໃດ ມັນບໍແມ່ນປະເດັນ..

“ເຮັດວຽກ” ໃຫ້ເປັນ ຄືປະເດັນທີ່ສຳຄັນທີ່ສຸດ

ປະເດັນແລກ ຂອງເລື່ອງນີ້ຄື: ເລື່ອງການຮຽນ.

download

ຖ້າຈະເວົ້າໄປວ່າ “ການສຶກສາຂອງບ້ານເຮົາເໝືອນກັບວ່າເປັນເລື່ອງຂອງຄົນທີ່ຮຽນພຽງຄົນດຽວ” ຮຽນດີຮຽນອ່ອນກໍ່ຢູ່ທີ່ຄົນໆນັ້ນເອງ, ພໍ່ແມ່, ຄູບາອາຈານ, ພີ່ນ້ອງ ຊ່ວຍຫຍັງບໍ່ໄດ້ດອກ. ສະຖາບັນທີ່ຮຽນບາງຄັ້ງຈົບມາບໍ່ໄດ້ກ່ຽວຫຍັງກັບການເຮັດວຽກຂອງເຮົາ ທຸກສີ່ງທຸກຢ່າງຂຶ້ນຢູ່ກັບປະສົບການ ແລະ ຝືມືໃນການເຮັດວຽກ ແລະ ການໃຊ້ຊີວິດຢູ່ກັບຜູ້ອື່ນລ້ວນໆ.

ຖ້າການຮຽນອອກມາດີ ກໍ່ມີແນວໂນ້ມວ່າ “ໜ້າຈະເຮັດວຽກເກັ່ງ” ເພາະວ່າກວ່າຈະຈົບມັນຕ້ອງຝືກຕ້ອງຝົນກັນຫຼາຍໆຂະບວນທ່າ, ແຕ່ຢ່າງໃດກໍ່ຕາມການຝຶກຝົນໃນຊ່ວງລະຫວ່າງທີ່ກຳລັງຮຽນຢູ່ນັ້ນ ມັນຝຶກຝົນຢູ່ໃນກອບຂອງສົມມຸດຖານທີ່ວ່າ “ຝຶກເພື່ອຮຽນຮູ້ ຖ້າຖືກກໍ່ແລ້ວໄປ ແຕ່ຖ້າຜິດກໍ່ກັບໄປແກ້ໄຂໃໝ່ຈົນກວ່າຈະດີຂື້ນ”.  ເຊີ່ງເປັນຫຼັກການງ່າຍໆ ຂອງຊີວິດນັກຮຽນ ນັກສຶກສາ ແລະ ເຊື່ອວ່າຫຼາຍໆຄົນຄົງເຄີຍຜ່ານກັນມາໝົດທຸກຄົນ.

ຖ້າສັງເກດດີໆ ກໍ່ຈະເຫັນວ່າໃນຊ່ວງທີ່ກຳລັງສຶກສາຢູ່ນັ້ນຫາກເຮົາກຳລັງສຶກສາຢູ່ນັ້ນ ຖ້າຫາກເຮົາ ຄິດຜິດ, ເຮັດຜິດ ກໍ່ຈະຖືກລົງໂທດພຽງຢ່າງດຽວຄື: ເກຣດ ຫຼື ຜົນການຮຽນຈະອອກມາບໍ່ດີ ຫຼື ບາງຄັ້ງກໍ່ຕິດເອັບ(F)ຕ້ອງໄດ້ໄປລົງທະບຽນຮຽນໃໝ່ກັບລຸ້ນນ້ອງ, ບາງຄົນກໍ່ບໍ່ຖືເພາະໜ້າດ້ານ, ບາງຄົນກໍ່ກັງວົນເພາະອາຍກັບການທີ່ຈະຕ້ອງໄປຮຽນກັບລຸ້ນນ້ອງ.

ຊີວິດໄວຮຽນມີເລື່ອງໃຫ້ຄິດປວດສະໝອງພຽງບໍ່ເທົ່າໃດເລື່ອງ. ນອກນັ້ນເປັນເລື່ອງມ່ວນຊື່ນແບບເຮຮາປ໋າຕີ້ເປັນສ່ວນໃຫຍ່, ບາງຄົນກໍ່ບໍ່ຢາກຈົບອອກມາ ເພາະຍັງມ່ວນກັບຊີວິດໃນຊ່ວງໄວນີ້ຢູ່, ແຕ່ເມື່ອເຖີງເວລາຈົບກໍ່ຕ້ອງຈົບ ຢູ່ທີ່ວ່າຕອນຈົບນັ້ນ ຈະຈົບອອກມາດີ ຫຼື ຈົບອອກມາແບບບໍ່ໄດ້ເລື່ອງ ຊື່ງຈະຖືກນຳໄປພິສູດຕໍ່ໄປໃນຊ່ວງຊິວີດການເຮັດວຽກ.

ປະເດັນທີສອງ ຄື: ເລື່ອງການເຮັດວຽກ

Image result for ทำงาน

“ ການເຮັດວຽກຄືການພິສູດຄຸນນະພາບຂອງຄົນວ່າຄົນໆນັ້ນມີຄຸນນະພາບສໍ່າໃດ ” ຄຸນນະພາບຫຼາຍສຳ່ໃດວັດກັນຈັ່ງໃດລະ? ງ່າຍໆເລີຍ, ກໍ່ພຽງແຕ່ວັດກັນທີ່ຜົນງານ ວ່າມັນເກີດຄຸນຄ່າ ຫຼື ປະໂຫຍດແກ່ຄົນອື່ນຫຼາຍສຳ່ໃດແລະນັ້ນຄືຄຸນນະພາບ.

ຈະເຫັນວ່າຕອນຮຽນເຮົາບໍ່ວັດຜົນການຮຽນແບບນີເລີຍ ການຮຽນເປັນອີ່ຫຍັງທີງ່າຍ, ເສັງບໍ່ຜ່ານກໍ່ລົງທະບຽນຮຽນໃໝ່. ແຕ່ຖ້າເຮັດວຽກແລ້ວ ການທີ່ເຮັດຫຍັງບໍ່ຜ່ານຈະເກີດອີ່ຫຍັງຕ່າງໆຕາມມາ ບາງເທື່ອເສຍເວລາ, ເສຍເງິນ, ເສຍໃຈ, ຖືກເຈົ້ານາຍຮ້າຍ, ເພື່ອນຮ່ວມງານຂາດຄວາມເຊື່ອຖື. ທັງໝົດນີ້ຄືໂລກຂອງຄວາມຈີງໂລກທີ່ແສນເຈັບປວດເມື່ອເຮັດຜິດພາດຂື້ນມາ.

ໃນຂະນະດຽວກັນ ມັນກໍ່ເປັນໂລກທີ່ຫອມຫວານເມື່ອເຮົາເຮັດວຽກໃດໜຶ່ງສຳເລັດ ແລະ ມີຄຸນຄ່າຕໍ່ຜູ້ອື່ນໃນວົງກວ້າງ. ສັງເກດດີໆຊີວິດໃນຊ່ວງກຳລັງຮຽນຄືຊ່ວງ “ຢູ່ໃນໂລກຂອງຈິນຕະນາການ” ແຕ່ຊີວິດໃນຊ່ວງການເຮັດວຽກມັນຄືຊ່ວງຂອງ “ໂລກແຫ່ງຄວາມເປັນຈີງ” ຄົນທີ່ປະສົບຄວາມສຳເລັດໃນຊີວິດທັງຫຼາຍເຂົາເຊື່ອວ່າ ເຖີງວ່າຮຽນຈົບຈາກຊ່ວງຊີວິດໄວຮຽນ ເຂົາຄິດວ່າເຂົາຕ້ອງຢຸດຮຽນຮູ້ຢູ່ພຽງເທົ່ານັ້ນ. ແຕ່ກັບກາຍເປັນວ່າພໍຈົບການຮຽນໃນຊ່ວງໄວຮຽນຈະຕ້ອງສຶກສາແບບຈີງໆຈັງໆ ຕໍ່ໃນລະດັບທີ່ສູງຂື້ນໄປອີກຄືລະດັບມະຫາວິທະຍາໄລຊີວິດ ຊື່ງຈະຕ້ອງຮຽນຮູ້ທຸກລົມຫາຍໃຈ ເພາະມັນຈະມີຜົນໄດ້-ເສຍ.

ໃນທຸກຄັ້ງທີ່ລົງມືເຮັດຫຍັງກໍ່ຕາມ ແລະ ຈະຕ້ອງສຶກສາໄປຈົນມື້ຕາຍໃນມະຫາວິທະຍາໄລແຫ່ງນີ້ ສ່ວນຄົນທີ່ຊີວິດລົ້ມເຫຼວກໍມີສາເຫດພຽງສາເຫດດຽວກໍ່ຄື: ບໍ່ຮຽນຮູ້ທີ່ຈະແກ້ໄຂໃນສີ່ງທີ່ຜິດໃຫ້ຖືກຕ້ອງ ມັນກໍ່ຜິດຊໍ້າໆ ຊາກໆ, ຈົນຫາຄຸນນະພາບບໍ່ໄດ້ ແລະ ໝົດສີ້ນຄວາມໜ້າເຊື່ອຖືໃນທີ່ສຸດ ແລະ ສຸດທ້າຍກໍ່ຄືລົ້ມເຫຼວ.

ຂອບໃຈທີ່ມາ  www.jitsook.com

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out /  Change )

Google photo

You are commenting using your Google account. Log Out /  Change )

Twitter picture

You are commenting using your Twitter account. Log Out /  Change )

Facebook photo

You are commenting using your Facebook account. Log Out /  Change )

Connecting to %s