ຫຼາຍຄົນອາດຈະມີຄວາມສັບສົນລະຫວ່າງຄຳວ່າ “ຜູ້ນຳ” ກັບ “ຫົວໜ້າ” ວ່າແທ້ຈີງແລ້ວມີຄວາມໝາຍຄືກັນ ຫຼື ແຕກຕ່າງກັນຈັ່ງໃດ. ດັ່ງນັ້ນ, ເພື່ອໃຫ້ເຜີຍຂໍ້ສົງໃສດັ່ງກ່າວເຮົາມາເບີ່ງ 2 ຄຳນີ້ມີໜ້າທີ່ ແລະ ບົດບາດໃນບໍລິສັດແນວໃດ.
-
ຜູ້ນຳຈະໂຟກັດທີ່ ເປົ້າໝາຍ VS ຫົວໜ້າຈະໂຟກັດທີ່ ວຽກງານ.
- ຜູ້ນຳຈະມຸ້ງເນັ້ນໄປທີ່ວິໃສທັດ ແລະ ເປົ້າໝາຍຂອງບໍລິສັດເປັນຫຼັກ ໂດຍພວກເຂົາຈະເບີ່ງພາບລວມ, ພ້ອມຫາວິທີທາງໃໝ່ໆ ເພື່ອເຮັດໃຫ້ວິໃສທັດເຫຼົ່ານັ້ນເປັນຈີງເມື່ອຜູ້ນຳລອງເຮັດຫຍັງໃໝ່ໆ ສີ່ງເຫຼົ່ານັ້ນຈະມາພ້ອມກັບໄອເດ໌ຍເພື່ອເຮັດພາລະກິດຂອງບໍລິສັດໃຫ້ສຳເລັດ.
- ສ່ວນຫົວໜ້າຈະໂຟກັດໄປທີ່ວຽກງານເປັນຫຼັກໃຫ້ເປັນໄປຕາມທິດທາງຂອງບໍລິສັດ, ພ້ອມທັງວຽກງານຂອງພວກເຂົາທີ່ເຮັດຈະຢູ່ພາຍໃຕ້ກອບນະໂຍບາຍຂອງບໍລິສັດ ເປັນໄປຕາມແນວຄິດຂອງຜູ້ນຳ.
-
ຜູ້ນຳຂາຍເກັ່ງ VS ຫົວໜ້າຢູ່ໃນກອບນະໂຍບາຍ.
- ຜູ້ນຳຈະມີການຄິດຄົ້ນນະວັດຕະກຳໃໝ່ໆ ຊື່ງສາມາດໂນ້ມຫນ້າວໃຈໃຫ້ຄົນອື່ນເຮັດຕາມ, ສະໜັບສະໜູນໄອເດ໌ຍທີ່ຄິດ, ໂດຍເບີ່ງເຫັນເຖີງຜົນລັບອອກມາວ່າຄຸ້ມຄ່າກັບການລົງແຮງເຮັດໄປ.
- ສ່ວນຄົນເປັນຫົວໜ້າພວກເຂົາຈະບໍ່ຂາຍໄອເດ໌ຍ ເພາະຖືກກຳນົດໃຫ້ຢູ່ໃນກອບນະໂຍບາຍຂອງບໍລິສັດ ຫາກໃຜຈັກຄົນອອກນອກກອບຫົວໜ້າສາມາດ ຕຳຫນິ ຄົນໆນັ້ນເພື່ອໃຫ້ຢູ່ໃນການຄວບຄຸມ.
-
ຜູ້ນຳກ້າສ່ຽງ VS ຫົວໜ້າຫຼຸດຄວາມສ່ຽງ.
- ທຸກທີ່ທຸກເວລາຜູ້ນຳຈະຄິດຫຍັງໃໝ່ໆ ຢູ່ສະເໝີ ຫຼື ເບີ່ງອີກມຸມໜື່ງ, ມັນມີຄວາມກ້າໄດ້ກ້າເສຍໃຫ້ມີຄວາມທ້າທາຍ, ເກີດການປ່ຽນແປງຢູ່ສະເໝີ.
- ສ່ວນຫົວໜ້າຈະວາງຕົວເອງຢູ່ໃນພື້ນທີ່ສ່ຽງໃຫ້ໜ້ອຍທີ່ສຸດ. ສ້າງຄວາມໝັ້ນໃຈວ່າວຽກງານທີ່ເຮັດໄປຕາມແນວທາງຂອງບໍລິສັດ ຫາກເກີດປັນຫາຂື້ນມາຫົວໜ້າຈະຮີບລາຍງານໃຫ້ຜູ້ນໍາໄດ້ຮັບຊາບ ເພື່ອຫາແນວທາງແກ້ໄຂຕໍ່ໄປ.
-
ຜູ້ນຳຈະສົ່ງເສີມ VS ຫົວໜ້າຈະມອບມໝາຍ.
- ເສັ້ນກັ້ນລະຫວ່າງຜູ້ນຳ ແລະ ຫົວໜ້າ ຈະຂື້ນຢູ່ກັບການເຮັດຕາມໜ້າທີ່ຂອງແຕ່ລະຄົນ ໂດຍຜູ້ນຳຈະສົ່ງເສີມໃຫ້ພະນັກງານຄິດນອກກອບ ແລະ ເບີ່ງພາບກ້ວາງເປັນຫຼັກ.
- ສ່ວນຫົວໜ້າຈະມັກມີແນວທາງກ່ຽວກັບວຽກງານຕ່າງໆ ທີ່ເຮັດຢ່າງຊັດເຈນໂດຍອາດຈະໃຫ້ກຳລັງໃຈພະນັກງານໃນທີມດ້ວຍການບອກສີ່ງທີ່ຄວນເຮັດ ເພື່ອໃຫ້ວຽກງານອອກມາດີທີ່ສຸດ.
-
ຜູ້ນຳຈະສ້າງແຮງບັນດານໃຈ VS ຫົວໜ້າຈະຄວບຄຸມ.
- ເມື່ອເກີດການຄິດຫຍັງໃໝ່ໆ ຍ່ອມມີຄວາມສ່ຽງທີ່ຈະເກີດຂໍ້ຜິດພາດຂື້ນ. ດັ່ງນັ້ນ, ຜູ້ນຳຈະສ້າງແຮງບັນດານໃຈໃຫ້ກັບທຸກໆຄົນ ເພື່ອໃຫ້ປະຕິບັດຕາມວິໃສທັດຂອງບໍລິສັດເມື່ອບໍລິສັດມີວິໃສທັດທີ່ແຂງແຮງພໍແລ້ວ ຜູ້ນຳກໍ່ຈະກຳນົດແນວທາງ ສ້າງແຮງບັນດານໃຈໃຫ້ກັບພະນັກງານໄດ້.
- ສ່ວນຫົວໜ້າຄວບຄຸມການເຮັດວຽກຂອງຜູ້ໃຕ້ບັງຄັບບັນຊາເປັນຫຼັກ ເພື່ອເບີ່ງວ່າເປັນໄປຕາມມາດຕະຖານຂອງບໍລິສັດ ຫຼື ບໍ່.
ເຖີງ “ຜູ້ນຳ” ກັບ “ຫົວໜ້າ” ຈະມີຄວາມໝາຍ ແລະ ໜ້າທີ່ແຕກຕ່າງກັນ ແຕ່ສີ່ງທີ່ຄືກັນນັ້ນຄືການຮ່ວມກັນຂັບເຄື້ອນບໍລິສັດ ຫຼື ອົງກອນກ້າວໄປຂ້າງໜ້າຈົນປະສົບຄວາມສຳເລັດ.
ທີ່ມາ => https://www.smartsme.co.th/content/110937