ທຸກມື້ນີ້ ຫຼາຍໆຄົນອາດຈະຄຸ້ນກັບຄຳວ່າ “ເມົາຄ້າງ” ທີ່ມີຄວາມໝາຍດຽວກັນກັບຄຳວ່າ “ແຮ້ງ” ຊື່ງແຕ່ກ່ອນມາຈາກຄຳວ່າ “hangover’’ ທີ່ໝາຍເຖິງການດື່ມເຄື່ອງດື່ມເອວກໍຮໍໝັກເກີນໄປ ຈົນເຈັບຫົວ, ມືນຕື້ບ, ປຸ້ນທ້ອງ, ຮູ້ສືກປວດຮາກແຕ່ຮາກບໍ່ອອກ, ລຸກບໍ່ໄດ້ ຫຼື ຖ້າລຸກໄດ້ກໍ່ອ່ອນເພຍ. ມື້ພວກເຮົາມີວິທີ “ແກ້ເມົາຄ້າງ” ຫຼື “ແກ້ແຮ້ງ” ມາແນະນຳເພື່ອຄວາມສຳລານບານໃຈທັງຕອນທີ່ດື່ມ ແລະ ຫຼັງການດື່ມ ເນັ້ນທີ່ “ຂອງກິນ” ເປັນຫຼັກ.
- ເຄື່ອງດື່ມວິຕາມິນ: ເຄື່ອງດື່ມແບບນີ້ສາມາດຊື້ໄດ້ຕາມຮ້ານຄ້າ ຫຼື ຮ້ານຂາຍຢາທົ່ວໄປ ມື້ໃດຮູ້ຕົວວ່າຕ້ອງອອກໄປເຮັດວຽກສັງຄົມ ແລະ ຕ້ອງດື່ມໜັກໆແທ້ຄວນຫາມາກຽມໄວ້, ເນື່ອງຈາກເຄື່ອງດື່ມນີ້ຈະປະກອບໄປດ້ວຍວິຕາມິນບີ ແລະ ວິຕາມິນຊີ ຊ່ວຍຫຼຸດອາການເມົາຄ້າງ ແລະ ອາການປວດຫົວໄດ້. ນອກຈາກນີ້ສີ່ງທີ່ຄວນເຮັດຄືດື່ມນໍ້າລ້າຄວບຄູ່ກັນໄປນຳ ເພາະຫຼັງຈາກດື່ມໜັກຮ່າງກາຍມີໂອກາດສູນເສຍນໍ້າອອກໄປຫຼາຍ.
- ນຳ້ສົ້ມຄັ້ນ, ໄຂ່ຕົ້ມ ແລະ ຂະໜົມປັງ: ນຳ້ສົ້ມຄັ້ນຂື້ນຊື່ວ່າເປັນເຄື່ອງດື່ມແກ້ແຮ້ງແບບບ້ານໆ ມາແຕ່ດົນນານແລ້ວເພາະວິຕາມິນຊີຫຼຸດອາການວິນຫົວໄດ້ ແລະ ຍັງມີນຳ້ຊ່ວຍຊົດເຊີຍພາວະຂາດນຳ້ຫຼັງການດື່ມໜັກ, ສ່ວນໄຂ່ຕົ້ມມີໂປຼຕິນເຮັດໜ້າທີ່ຈັບສານພິດໃນຮ່າງກາຍ ແລະ ຂະໜົມປັງຈະຊ່ວຍໃນການດູດຂັບສານພິດປ້ອງກັນການຮາກໄດ້ເປັນຢ່າງດີ.
- ຢາລົດກົດປັບສົມດຸນ: ຫາກຮູ້ສຶກແສບທ້ອງຢ່າງຮຸ່ນແຮງຫຼັງດື່ມໜັກກໍ່ບໍ່ຕ້ອງແປກໃຈ ເພາະເອວກໍຮໍມີລິດເປັນກົດຈື່ງເຂົ້າໄປກັດກະເພາະ, ຢາລົດກົດທີ່ປະກອບດ້ວຍ ໂຊດຽມໄບຄາບໍເນັດຈະຊ່ວຍຄາຍຄວາມເປັນກົດ ຄືນສົມດຸນໃຫ້ຮ່າງກາຍ ແລະ ບັນເທົາຄວາມເຈັບປວດລົງໄປໄດ້, ທັງນີ້ຄວນດື່ມນຳ້ລ້າຄວບຄູ່ໄປນຳ ເພາະຈະຊ່ວຍລົດກົດໃນກະເພາະອາຫານໄດ້ອີກທາງໜື່ງ.
- ກາເຟແຮງໆຈັກຈອກໜື່ງ: ກາເຟເປັນສູດແກ້ແຮ້ງທີ່ໄດ້ຮັບຄວາມນິຍົມຈາກນັກດື່ມທົ່ວໂລກ ສີ່ງທີ່ຊ່ວຍແກ້ອາການເມົາຄ້າງຄືຄວາມຂົມ, ດັ່ງນັ້ນແທນທີ່ຈະດື່ມກາເຟໃສ່ນົມຈອກໃຫຍ່ທີ່ບໍ່ຂົມເລີຍ ຄວນປ່ຽນເປັນເອສເພສໂຊ່ຈອກນ້ອຍແທນ ເພາະຄາເຟອິນໃນກາເຟຊ່ວຍເພີ່ມຄວາມດັນໃນກະແສເລືອດເຮັດໃຫ້ເອວກໍຮໍອອກຈາກກະແສເລືອດໄດ້ໄວຂື້ນ ແລະ ຍັງກະຕຸ້ນໃຫ້ຟື້ນຈາກອາການມຶນ ແລະ ເຈັບຫົວໄດ້ນຳອີກ ຢ່າງໃດກໍ່ຕາມ ບໍ່ຄວນດື່ມໃນປະລິມານທີ່ຫຼາຍຈົນເກີນໄປ.
- ເກືອແຮ່ແກ້ກະຫາຍ: ຫຼັງຈາກການດື່ມຢ່າງໜັກໜ່ວງເຮົາມັກບໍ່ຮູ້ສຶກວ່າຮ່າງກາຍສູນເສຍນຳ້ໄປຫຼາຍເພາະເອວກໍຮໍເຮັດໃຫ້ຮູ້ສຶກແບບນັ້ນ ແຕ່ການທີ່ຮ່າງກາຍຕ້ອງຂັບເອວກໍຮໍອອກໄປກໍ່ຕ້ອງໃຊ້ນຳ້ຈຳນວນຫຼາຍກວ່າທີ່ໄດ້ຮັບເຂົ້າໄປເຮັດໃຫ້ຮ່າງກາຍຂາດນຳ້ແທ້ໆ ເກືອແຮ່ຊະນິດລະລາຍນຳ້ທີ່ມີຂາຍຕາມຮ້ານຂາຍຢາຈະຊ່ວຍຟື້ນຟູອາການຂາດນຳ້ ແຕ່ຄວນຈິບໝົດມື້ເພື່ອເຕີມນຳ້ໃນຮ່າງກາຍຢ່າງສະໝໍ່າສະເໝີ ແລະ ເຮັດໃຫ້ລະບົບຕ່າງໆໃນຮ່າງກາຍທຳງານໄດ້ດີຂື້ນ.
- ຢາແກ້ເຈັບຫົວ: ເມື່ອມີອາການແຮ້ງຄົນສ່ວນໃຫຍ່ມັກຈະເຈັບຫົວ ທາງແກ້ທີ່ໄວທັນໃຈຄືຫາຢາແກ້ເຈັບຫົວມາຮັບປະທານເຊັ່ນ: ຫຼັງຈາກດື່ມສັງສັນແລ້ວຮຽບຮ້ອຍກໍຈະກິນຢາແກ້ເຈັບຫົວເມັດໜື່ງດັກໄວ້ກ່ອນທີ່ຈະເຈັບຫົວໃນມື້ອື່ນ ແລ້ວນອນພັກຜ່ອນກໍ່ຈະຊ່ວຍໄດ້ຫຼາຍ, ແຕ່ຢ່າກິນເກີນຂະໜາດເດັດຂາດ ເພາະເປັນອັນຕະລາຍເຖິງເສຍຊີວິດກັນເລີຍ.
- ອອກກຳລັງກາຍຂັບເອວກໍຮໍ: ບໍ່ໄດ້ໝາຍເຖິງການເຂົ້າຍິມໄປອອກກຳລັງກາຍແບບເຕັມສູດ ພຽງແລ່ນໜ້ອຍໜື່ງ, ວິດພື້ນໜ້ອຍໜື່ງ ໃຫ້ເຫື່ອອອກກໍ່ພໍເພາະເຫື່ອຈະຂັບເອວກໍຮໍອອກມາ. ຈາກນັ້ນຊົດເຊີຍເຫື່ອທີ່ເສຍໄປດ້ວຍເກືອແຮ່ທີ່ບໍ່ມີນຳ້ຕານເພື່ອຄືນຄວາມສົດຊື່ນໃຫ້ຮ່າງກາຍ.
- ນຳ້ຂີງ: ເຄື່ອງດື່ມທີ່ຊ່ວຍເລື່ອງລະບົບຫາຍໃຈ ໂດຍປົກກະຕິເມື່ອເຮົາກີນຂອງເຜັດຮ້ອນຈະຊ່ວຍໃຫ້ດັງ ແລະ ຫຼອດລົມໂລ່ງສະບາຍ, ນອກຈາກລະບົບຫາຍໃຈ ນຳ້ຂີງອຸ່ນໆຍັງຊ່ວຍໃຫ້ຟື້ນຈາກອາການເຈັບຫົວ ແລະ ຊ່ວຍໃນເລື່ອງຂອງລະບົບຂັບຖ່າຍໃຫ້ຂັບເອົາເອວກໍຮໍອອກມາໄດ້ດີຂື້ນ.
- ກ້ວຍຫອມ: ສຸດຍອດອາຫານອີກຊະນິດໜື່ງຂອງນັກດື່ມເພາະຊ່ວຍຢຽວຢາອາການເມົາຄ້າງໄດ້ເປັນຢ່າງດີ, ເນື່ອງຈາກໂພແທສຊ່ຽມທີ່ຢູ່ໃນກ້ວຍຊ່ວຍປ້ອງກັນພາວະຂາດນຳ້ ແລະ ຊ່ວຍເຄືອບກະເພາະໄປໃນຕົວ ເຮັດໃຫ້ຮ່າງກາຍດູດຊືມເອວກໍຮໍໜ້ອຍລົງ ແລະ ຂັບເອວກໍຮໍອອກມາໄດ້ຢ່າງໄວຂື້ນ.
ແຕ່ລະຂໍ້ເຮັດບໍ່ຍາກ ແລະ ໄດ້ຜົນກັນມາຫຼາຍແລ້ວແຕ່ທາງທີ່ດີ ແລະ ເປັນຜົນດີຕໍ່ສຸຂະພາບຢ່າງແທ້ຈີງຄືດື່ມພໍປະມານ, ເນັ້ນບັນຍາກາດແຫ່ງມິດຕະພາບ ແລະ ການໂອ໋ລົມກັນໃນວົງສຸລາ. ຢ່າໃຫ້ເຖິງຂັ້ນເມົາຄ້າງແລ້ວຕ້ອງມາຫາທາງແກ້ໃນພາຍຫຼັງຈະດີກວ່າ ເພາະຖ້າດື່ມໜັກຈົນເມົາຄ້າງຕະຫຼອດເຖິງສິແກ້ໄດ້ແຕ່ອາດມີໂລກໄພຢ່າງອື່ນທີ່ແກ້ບໍ່ໄດ້ ຫຼື ແກ້ຍາກຕິດມານຳ ບ່ອນນັ້ນແຫລະທີ່ຄວນຮູ້ ແລະ ຕ້ອງລະວັງ.
ທີ່ມາ => https://www.sanook.com/men/15921/