ບາງທ່ານອາດຈະເຄີຍໄດ້ຍິນມາແນ່ແລ້ວກັບຄຳວ່າໄຄເຊັນ Kaizen ແຕ່ອາດຈະຍັງບໍ່ຮູ້ ວ່າມັນແມ່ນຫຍັງ, ໃຊ້ເຮັດຫຍັງ, ແລ້ວຊ່ວຍແກ້ໄຂປັນຫາແນວໃດ. ມື້ນີ້ແອດຈະມາເລົ່າໃຫ້ຟັງວ່າ ໄຄເຊັນ ມັນມີຄວາມເປັນມາແນວໃດ ແລະ ເປັນຫຍັງພວກເຮົາຈຶ່ງຄວນໃຫ້ຄວາມສຳຄັນກັບມັນ.
ຍ້ອນຄວາມລຶ້ງເຄີຍ, ເຮົາມັກຈະຄິດຢູ່ໃນກອບເດີມໆ ເຮັດໃນກອບຄວາມຄິດເກົ່າໆໃນຂະນະທີ່ສະຖານະການຮອບຕົວໄດ້ມີການປ່ຽນແປງຕະຫຼອດເວລາ. ເຮົາຈະມັກພົບວ່າຂະບວນການເຮັດວຽກທີ່ເຄີຍດີ ແລະ ເໝາະສົມໃນອະດິດ ປະຈຸບັນອາດຈະບໍ່ເວີກແລ້ວ ຍົກຕົວຢ່າງເຊັ່ນ: ທຸກມື້ນີ້ ຍັງບໍ່ມີອົງກອນໃດ, ຈໍ້າບັດເຂົ້າເຮັດວຽກຄືແບບແຕ່ກີ້, ດຽວນິຫັນມາໃຊ້ຮູບແບບການສະແກນບັດ ຫຼື ສະແກນນີ້ວມື ຫຼືສະແກນໜ້າ ເກືອບໝົດແລ້ວ. ອີເລັກໂທນິກທີ່ມີຄວາມແມ້ນຍຳ ແລະ ສະດວກຫຼາຍກວ່າ ເພື່ອຫຼຸດຂະບວນການກວດສອບ ແລະ ເວລາທີ່ສູນເສຍໄປນຳອີກ.
kaizen
ເປັນແນວຄິດທີ່ນຳມາໃຊ້ໃນການບໍລິຫານການຈັດການຢ່າງມີປະສິດທິພາບ ໂດຍເນັ້ນທີ່ການມີສ່ວນຮ່ວມຂອງພະນັກງານທຸກຄົນ, ຮ່ວມກັນສະແຫວງຫາແນວທາງໃໝ່ໆ ເພື່ອປັບປຸງວິທີການເຮັດວຽກ ແລະ ສະພາບແວດລ້ອມໃນການເຮັດວຽກໃຫ້ດີຂື້ນຢູ່ສະເໝີ ຫົວໃຈສຳຄັນ ແມ່ນຕ້ອງມີການປັບປຸງຢ່າງຕໍ່ເນື່ອງບໍ່ມີສິ້ນສຸດ( Continuous Improvement ).
ໄຄເຊັນ ແມ່ນຈະຢູ່ພາຍໃຕ້ຂະບວນການ Plan-Do-Check-Act ຄື: ການເບີ່ງບັນຫາ, ການວາງແຜນຫາວິທີແກ້ໄຂບັນຫາ, ການລົງມືເຮັດ ຫຼື ການທົດລອງເຮັດແລ້ວ ມີການກວດສອບ ເພື່ອເບີ່ງວ່າບັນຫາທີ່ໄດ້ຮັບການແກ້ໄຂນັ້ນ ເປັນໄປຕາມທີ່ຕ້ອງການ ຫຼື ບໍ່ …
ກ່ອນທີ່ຈະເລີ່ມເຮັດ PDCA ຢາກໃຫ້ທຸກຄົນຕັ້ງເປົ້າໝາຍ, ການຕັ້ງເປົ້າໝາຍເຮັດໃຫ້ເຮົາຮູ້ທິດທາງທີ່ຈະກ້າວໄປໃນຕໍ່ໜ້າ.
ຖ້າເຮົາເບີ່ງເຫັນຕົວເອງວ່າສາມາດໄປເຖີງເປົ້າໝາຍນັ້ນໄດ້ຊັດເຈນຫຼາຍເທົ່າ, ຍີ່ງເປັນແຮງກະຕຸ້ນເຮັດໃຫ້ເຮົາຢາກເຮັດໃຫ້ເປົ້າໝາຍນັ້ນສຳເລັດຫຼາຍຂື້ນເທົ່ານັ້ນ.
-
- P: Plan (ຂັ້ນຕອນການວາງແຜນ) ເປັນຂັ້ນຕອນທີ່ເຮົາສຶກສາເຖິງບັນຫາ ລຽງລຳດັບຄວາມສຳຄັນຂອງບັນຫາ, ການກຳນົດກອບຫົວຂໍ້ທີ່ຕ້ອງການປ່ຽນແປງ ຊື່ງລວມເຖິງການພັດທະນາສີ່ງໃໝ່ໆນຳອີກ.
- D: Do (ຂັ້ນຕອນການປະຕິບັດ) ແມ່ນການລົງມື ປັບປຸງປ່ຽນແປງຕາມທາງເລືອກທີ່ໄດ້ກຳນົດໄວ້ ຊື່ງໃນນັ້ນຕ້ອງມີການກວດສອບລະຫວ່າງການປະຕິບັດນຳວ່າໄດ້ດຳເນີນໄປໃນທິດທາງທີ່ຕັ້ງໃຈໄວ້ຫຼືບໍ່. ເພື່ອໃຫ້ການປັບປຸງປ່ຽນແປງນັ້ນເປັນໄປຕາມແຜນການທີ່ໄດ້ວາງໄວ້.
- C: Check (ຂັ້ນຕອນການກວດສອບ) ເປັນກວດສອບເພື່ອເບິ່ງປະສິດທິພາບ ແລະ ຜົນ ໂດຍນຳໃຊ້ມາດຕະການທີ່ເຮົາຈັດຕັ້ງຂື້ນມາເພື່ອກິດຈະກຳນີ້, ຫຼືເປັນການທຽບກັບການເຮັດວຽກໃນເມື່ອກ່ອນວ່າດີຂື້ນຫຼືບໍ່. ຖ້າວ່າຜົນອອກມາເຫັນວ່າແນວທາງໃໝ່ບໍ່ສາມາດບັນລຸຕາມເປົ້າໝາຍໄດ້ ທາງທີມງານອາດຈະພິຈາລະນານຳໃຊ້ແນວທາງເກົ່າ ຫຼື ຄົ້ນຫາວິທີທາງປັບປຸງຕໍ່ໄປ.
- A: Act (ຂັ້ນຕອນການດຳເນີນງານໃຫ້ເໝາະສົມ) ແມ່ນການປັບປຸງ ຫຼື ປັບປ່ຽນວິທີການ ຫຼື ຊັບພະຍາກອນບາງຢ່າງເພື່ອເຮັດໃຫ້ໄດ້ຜົນລັບທີ່ດີໃຫ້ຢູ່ໃນແຜນທີ່ວາງໄວ້ ຫຼື ເສັ້ນທາງເພື່ອບັນລຸເປົ້າໝາຍຕາມລະຍະເວລາທີ່ກຳນົດ. ໂດຍມີການເຮັດວຽກຢ່າງຕໍ່ເນື່ອງໃນຊ່ວງເວລາ 3-10ວັນ ແລະ ມີການຕິດຕາມຜົນ ຫຼື ຄວາມປ່ຽນແປງທີ່ເກີດຂື້ນພາຍໃນ 30 ວັນ, ຫຼັງຈາກດຳເນີນກິດຈະກຳ Kaizen Event.
Kaizen ຈື່ງເປັນແນວຄິດທີ່ຈະຊ່ວຍຮັກສາມາດຕະຖານທີ່ມີຢູ່ແລ້ວ ແລະ ປັບປຸງໃຫ້ດີຍີ່ງຂື້ນ, ຖ້າຂາດແນວຄິດແບບນີ້ແລ້ວ ມາດຕະຖານທີ່ມີຢູ່ແລ້ວກໍ່ຈະຄ່ອຍໆຫຼຸດລົງ.
ການເຮັດ PDCA ບໍ່ແມ່ນແຕ່ເຄື່ອງມືທີ່ໃຊ້ໃນ Kaizen ພຽງຢ່າງດຽວເທົ່ານັ້ນ ແຕ່ຍັງສາມາດນຳໄປປັບໃຊ້ກັບເຄື່ອງມືອື່ນໆ ໄດ້ນຳອີກ. ໃນປະຈຸບັນເຊື່ອວ່າຫຼາຍໆຄົນໜ້າຈະຄຸ້ນກັບ ການຕັ້ງເປົ້າໝາຍດ້ວຍ OKRs (Objective Key Results) ເຊີ່ງເປັນເຄື່ອງມືທີ່ຫຼາຍໆອົງກອນ ໃຫ້ຄວາມສົນໃຈຢ່າງຫຼວງຫຼາຍເພາະເປັນເຄື່ອງມືທີ່ຊ່ວຍໃນການຕັ້ງເປົ້າໝາຍໃນການເຮັດວຽກຂອງພະນັກງານໃນທຸກລະດັບ, ຕັ້ງແຕ່ລະດັບອົງກອນ, ພະແນກ, ທີມ, ບຸກຄົນ ແລະຍັງສາມາດວັດຜົນໄດ້ໃນໄລຍະສັ້ນ.
ໃນຂະນະນີອົງກອນຂອງເຮົາກຳລັງຢູ່ໃນຊ່ວງ Transform ອົງກອນຄັ້ງໃຫຍ່ ໂດຍນຳເຄື່ອງມື OKRs ມາໃຊ້ໃນການຂັບເຂື່ອນຄັ້ງນີ້ເພື່ອໄປສູ່ເປົ້າໝາຍທີ່ຕັ້ງໄວ້, ຊື່ງຕົວຊ່ວຍທີ່ຈະເລັ່ງການ OKRs ໃຫ້ດີຍີ່ງຂື້ນ ແລະ ເຮັດໃຫ້ສຳເລັດນັ້ນກໍ່ຄືການຄິດ, ວິເຄາະ, ດຳເນີນການຢ່າງເປັນຂັ້ນຕອນ ຫຼື ການເຮັດ PDCA ນັ້ນເອງ. ໂດຍມີວິທີດັ່ງນີ້:
Plan : ເມື່ອຮູ້ KR ຂອງໂຕເອງແລ້ວ ສີ່ງທີ່ຕ້ອງເຮັດຄືກັບມາຄິດວ່າຈະເຮັດແນວໃດໃຫ້ KR ຂອງເຮົາສຳເລັດຄວນມີການວາງແຜນຢ່າງຮອບ ມີການກຳນົດຜູ້ຮັບຜິດຊອບ ແລະ ທີ່ສຳຄັນເບີ່ງວ່າມັນສອດຄ່ອງກັບ Core Value ແລະ ທິດທາງຂອງອົງກອນຫຼືບໍ່…
Do : ນຳແນວທາງທີ່ໄດ້ວາງແຜນເປັນຢ່າງດີແລ້ວມາລົງມືເຮັດ.
Check : ເປັນການທົບທວນອີກຄັ້ງວ່າສີ່ງທີ່ເຮັດມັນຖືກທາງແລ້ວຫຼືບໍ່, ສາມາດຕອບ KR ຂອງເຮົາໄດ້ແທ້ໆຫຼືບໍ່ ..
Act : ໃຊ້ Plan ນີ້ທຳຳໃຫ້ການເຮັດ OKRs ມີຂັ້ນຕອນ ແລະ ໄດ້ຮັບຜົນລັບທີ່ເປັນສີ່ງພໍໃຈ (ຄະແນນອາດຈະບໍ່ໄດ້ 100% ເພາະຖ້າມັນເຕັມຮ້ອຍແລ້ວກໍ່ແປວ່າເຮົາຕ້ອງ KR ຕໍ່າໄປ, ແຕ່ກໍ່ອາດເປັນເພາະວ່າເຮົາເຮັດວຽກໄດ້ດີຫຼາຍໆຄືກັນ.
ໃນຂະນະ, ມື້ນີ້ມື້ທີ່ອອົງກອນໄດ້ມີການເຮັດ Transformation ເຄື່ອງມືໃໝ່ໆ ຈື່ງເປັນສີ່ງສຳຄັນທີເຮົາຄວນນຳໄປລອງໃຊ້ເພື່ອຜົນລັບທີ່ດີທີ່ສຸດ.
ແລະທັງໝົດທົງມວນນີ້, ທີ່ໄດ້ກ່າວມາເປັນພຽງສ່ວນໜື່ງຂອງວັດຕະກຳອົງກອນແບບຢີ່ປຸ່ນທີ່ເຮົານຳມາແຊຣ໌ເທົ່ານັ້ນ. ຍັງມີເລື່ອງລາວອື່ນໆ ອີກຫຼາຍຢ່າງທີ່ຢາກນຳມາແບ່ງປັນໃຫ້ທຸກຄົນໄດ້ຕິດຕາມກັນຕໍ່ໄປ.
ຂອບໃຈທີ່ມາ medium.com