General… Qualcomm ເປີດຕົວ Quick Charge 5 ລະບົບສາກໄວແບບໃໝ່ ໃຊ້ເວລາສາກ 15 ນາທີ ແບັດເຕັມ 100% 30 Jul 202030 Jul 2020 ໃນວັນທີ 27 ກໍລະກົດ 2020 ທີ່ຜ່ານມາ ບໍລິສັດ Qualcomm ໄດ້ເປີດຕົວເທັກໂນໂລຢີສາກໄວຕົວໃໝ່ ຊື່ວ່າ Quick Charge 5 ທີ່ຮອງຮັບກຳລັງໄຟຟ້າໄດ້ 100W+, ສາກໄວ້ຂຶ້ນ 70%. ສາມາດສາກມືຖື ສະມາດໂຟນທີ່ມີແບັກເຕີຣີ່ຂະໜາດບັນຈຸ 4,500 mAh ຈາກ 0-50% ໄດ້ ພາຍໃນເວລາພຽງແຕ່ 15 ນາທີ ເຊິ່ງຖືວ່າໄວທີ່ສຸດຂອງໂລກ ໃນປະຈຸບັນ. ນອກນັ້ນຍັງໄດ້ມີການປັບປຸງປະສິດທິພາບດ້ານຕ່າງໆ ແລະ ຍົກລະດັບຄວາປອດໄພໃຫ້ສູງຂຶ້ນ.…
IT… ລະຫວ່າງຕໍ່ Adapter ຫຼືຖອດ Adapter ໃຊ້ງານໂນດບຸກແບບໃດດີກວ່າກັນ 13 May 2019 ບັນຫາໂລກແຕກຢ່າງໜື່ງຂອງຜູ້ໃຊ້ງານໂນດບຸກທີ່ມັກຈະເຈີໄດ້ກັບການສອບຖາມຈາກຜູ້ໃຊ້ງານທັງມືໃໝ່ ແລະ ມືເກົ່າເລີຍກໍ່ຄືເວລາໃຊ້ງານໂນດບຸກຄວນຈະຕໍ່ Adapter ປະໄວ້ເລີຍ ຫຼືວ່າ ຖອດອອກແລ້ວຕໍ່ພຽງສະເພາະແບັດເຕີລີ້ໃກ້ໝົດດີ, ມື້ນີ້ທີມງານຂໍມາແນະນຳ. ກ່ອນອື່ນໝົດ, ຕ້ອງຂໍະທິບາຍຫຼັກການສາກຂອງ Adapter ໂນດບຸກທີ່ເຮົາໃຊ້ກັນຢູ່ກ່ອນ ປົກກະຕິການຈ່າຍພະລັງງານນັ້ນຈະສາກແບັດເຕີລີ້ກ່ອນເປັນລຳດັບແລກເມື່ອແບັດເຕີລີ້ຫຼຸດລົງ ແລະ ເມື່ອສາກເຕັມແລ້ວຈະຈ່າຍໄຟເຂົ້າຕົວເຄື່ອງໂດຍຕົງ ໂດຍບໍ່ຜ່ານແບັດເຕີລີ້ແລ້ວ. ເຊີງບ່ອນນີ້ຫຼາຍທ່ານເຂົ້າໃຈຜິດເພາະຄິດວ່າຕົວ Adapter ຈະຈ່າຍໄຟໃຫ້ແບັດເຕີລີ້ຕະຫຼອດ, ແຫ່ງສາກຕະຫຼອດໆ ແຫ່ງເຮັດໃຫ້ແບັດເຕີລີ້ເຊື່ອມໄວ ຈື່ງເປັນສາເຫດທີ່ຫຼາຍທ່ານບໍ່ຄ່ອຍຢາກຕໍ່ Adapter ຄາໄວ້ກັບໂນດບຸກ. ຢ່າງທີ່ບອກໄປວ່າສາກແບັດເຕັມແລ້ວກໍ່ຈະຈ່າຍໄຟເຂົ້າເຄື່ອງເລີຍ, ຈື່ງແບບບໍ່ມີຜົນໃຫ້ເເບັດເຕີລີ້ເຊື່ອມໄວອີກທັງແບບແບັດເຕີລີ້ສະໄໝໃໝ່ຢ່າງ Lithium ionມີວົງຈອນການສາກທີ່ສະຫຼາດຂື້ນບໍ່ໄດ້ນັບຮອບສາກທຸກຄັ້ງທີ່ສາກບາດດຽວ. ແຕ່ຈະນັບເມື່ອເຖິງເວລາໜື່ງເທົ່ານັ້ນ ຕົວ Adapter ເອງກໍ່ມີວົງຈອນສາກທີ່ສະຫຼັບຊັບຊ້ອນຫຼາຍຍີ່ງຂື້ນ, ສາກໄດ້ສະຫຼາດກວ່າ Adapter ຫຼື ແບັດເຕີລີ້ໃນສະໄໝກ່ອນ.…
IT… ເປີດຕົວເຄື່ອງແທ້ຂອງ Huawei Nova 4 ສະມາດໂຟນເຈາະຮູກ້ອງ ແບບເຕັມຕາເຕັມໃຈຫຼາຍ!! 15 Dec 201815 Dec 2018 Huawei ປະກາດເຕີມເປີດຕົວສະມາດໂຟນແບບເຈາະຮູລຸ້ນແລກຂອງບໍລິສັດ, ຄາດວ່າຈະໃສ່ຊື່ລຸ້ນວ່າ Huawei Nova 4 ໂດຍຈະເປີດຕົວໃນວັນທີ 17 ທັນວານີ້ເອງ, ຕອນນີ້ກໍ່ມີທີພາບຫຼຸດຕົວເຄື່ອງແບບພ້ອມໃຊ້ງານອອກມາແລ້ວ. ເວັບໄຊ CNET ໄດ້ເຜີຍແຜ່ຄຣິບຕົວເຄື່ອງ Huawei Nova 4 ອອກມາໃຫ້ເບີ່ງກັນແບບທີ່ຕົວເຄື່ອງພ້ອມໃຊ້ງານແລ້ວ ພົບວ່າຕົວເຄື່ອງນັ້ນເຕັມຕາ ເຕັມໃຈຫຼາຍເລີຍ. ນອກຈາກນີ້ຍັງມີພາບຈາກ SlashLeaks ເຜີຍພາບຕົວເຄື່ອງໂດຍລວມ ດ້ານໜ້າດີໄຊແບບບໍ່ມີຂອບ, ເຈາະຮູທີ່ດ້ານຊ້າຍເທິງ ແລະ ດ້ານຫຼັງມີສະແກນລາຍນີ້ວມື້, ກ້ອງສາມຕົວລັກສະນະດຽວກັນກັບ Huawei P20 Pro…
IT 5 ຟີເຈີ້ ໃນສະມາດໂຟນ ທີ່ຄົງຈະດີ ຖ້າມັນມີໃນໂນດບຸກ 15 Nov 201815 Nov 2018 ໃນຊ່ວງ 2-3 ປີຜ່ານມານີ້ ສະມາດໂຟນໄດ້ຮັບການພັດທະນາຢ່າງກ້າວກະໂດດ ທັງດ້ານຮາດແວຣ໌ ແລະ ຟີເຈີ້ຕ່າງໆ. ໃນຂະນະທີ່ການອອກແບບຂອງໂນດບຸກນັ້ນ ພັດບໍ່ຄ່ອຍມີຫຍັງແປກໃໝ່ຫຼາຍເມື່ອທຽບໃສ່ສະມາດໂຟນ ເຊິ່ງອາດເປັນຍ້ອນວ່າ ສະມາດໂຟນເປັນສິ່ງທີ່ຄົນເຮົາຕ້ອງການສຳພັດ ແລະ ຢາກຖືໄປຫັ້ນໄປນີ້ ເພື່ອໃຊ້ງານໃນຊີວິດປະຈຳວັນຫຼາຍກວ່າ. ສະນັ້ນ ເຮົາມາລອງເບິ່ງວ່າ 6 ຟີເຈີ້ ເດັ່ນໆຂອງສະມາດໂຟນ ທີ່ມັນຈະດີຫຼາຍຖ້າວ່າເອົາມາໃສ່ໃນໂນດບຸກ ແລະ ຄິດວ່າມັນຄົງຈະເຮັດໃຫ້ໂນດບຸກມີຄວາມໂດດເດັ່ນຫຼາຍຂຶ້ນ. 1. ໜ້າຈໍ OLED ໜ້າຈໍ OLED ໃນສະມາດໂຟນນັ້ນບໍ່ພຽງແຕ່ສະແດງສີສັນຂອງພາບອອກມາໄດ້ສົດໃສກວ່າ ແລະ ຄອນທຣາດລະດັບສຸດຍອດກວ່າຈໍ…
General… ນັກວິໃຈພົບຊ່ອງຫວ່າງໃໝ່ ຂອງ CPU intel ໃນຊື່ PortSmash ເປັນອັນຕະລາຍຫຼາຍ!! 14 Nov 201814 Nov 2018 ທີມນັກວິໄຈດ້ານຄວາມປອດໄພຈາກມະຫາວິທະຍາໄລຂອງຟິນແລນ ແລະ ຄິວບາ ຄົ້ນພົບຊ່ອງຫວ່າງໃໝ່ທີ່ຮ້ານແຮງໃນຟີເຈີ Hyper-Threading ເທິງຊີພີຢູຂອງ ອິນເທວ ເຊິ່ງຊ່ອງຫວ່າງນີ້ເປີດໃຫ້ຜູ້ໂຈມຕີສາມາດດຶງເອົາຂໍ້ມູນອອນໄລນ໌ເປັນຕົ້ນແມ່ນບະຫັດຜ່ານ ແລະ ຄີຖອດລະຫັດຕ່າງໆຈາກ ໂພເຊສອື່ນໆ ທີ່ຣັນໃນຊີພີຢູຕົວດຽວກັນໄດ້. ຊ່ອງຫວ່າງດັ່ງກ່າວໃຊ້ຊື່ໂຄດວ່າ PortSmash (CVE-2018-5407) ຖືໄດ້ວ່າເປັນລູກຫຼ້າຂອງລາຍການຊ່ອງຫວ່າງທີ່ພົບເຫັນເທິງຊີພີຢູຂອງອິນເທວໃນຮອບປີທີ່ຜ່ານມາ ຕໍ່ຈາກ Meltdown ແລະ Spectre, TLBleed ແລະ MultiThreading (SMT) ຟີເຈີ SMT ນີ້ຊ່ວຍເພີ່ມປະສິດທິພາບການປະມວນຜົນຂໍ້ມູນໂດຍການແບ່ງສ່ວນຄໍຣ໌ທາງກາຍະພາບດຽວກັນອອກເປັນຫຼາຍເວີຊົວຄໍຣ໌ທີ່ເອີ້ນວ່າ Thread ເຮັດໃຫ້ແຕ່ລະຄໍຣ໌ກາຍະພາບສາມາດເຮັດວຽກໄດ້ສອງຄຳສັ່ງພ້ອມກັນ ເຊິ່ງໂປຣເຊສຕ່າງໆທີ່ນຳມາລວມກັນນັ້ນຈະແຍກຈາກກັນຢ່າງອິດສະຫຼະ…
IT… Apple ປ່ອຍ macOS10.14 Mojaveໃຫ້ອັບເດດແລ້ວ Mac App Store 26 Sep 201826 Sep 2018 ໃນງານ WWDC 2018 ທາງ Apple ໄດ້ເປີດຕົວ macOS ເວີຊັນ 10.14 ໃຫມ່ໂດຍໃຊ້ຊື່ວ່າ Mojave (ອ່ານວ່າ ໂມຮາວີ່) ໃນຮອບນີ້ມີການປ່ຽນແປງຫຼາຍຈຸດເນັ້ນການປັບປຸງ ປະສິດທິພາບທີ່ໂດດເດັ່ນແມ່ນ Dark Mode, ການປັບປຸງ Mac App Store ໃໝ່ ແລະການໃຫ້ຄວາມສຳຄັນຂອງຄວາມເປັນສ່ວນຕົວແລະຄວາມປອດໄພ ແລະ ມື້ວັນທີ 25 ກັນຍາ 2561 ທີ່ຜ່ານມາທາງ Apple…
IT Blockchain ເທັກໂນໂລຢິປ່ຽນໂລກ 19 Aug 201819 Aug 2018 ໃນໂລດິຈິຕໍ ຜູ້ຄົນສາມາດສື່ສານກັນໄດ້ຢ່າງວ່ອງໄວ ຜ່ານເຄືອຂ່າຍອິນເຕີເນັດ ພ້ອມກັນນັ້ນເຄື່ອງມືສື່ສານ ສະມາດໂຟນ ກໍ່ເປັນຕົວຊ່ວຍໜຶ່ງທີ່ສຳຄັນ ເຮັດໃຫ້ທຸລະກຳຕ່າງໆມີຄວາມສະດວກ, ວ່ອງໄວ ແລະ ງ່າຍຂຶ້ນກວ່າເກົ່າ. ເຮົາສາມາດເຮັດທຸລະກຳໄດ້ທຸກບ່ອນ ທຸກເວລາ ແລະ ມັນຍັງເອື້ອອຳນວຍຕໍ່ ການປ່ຽນແປງທາງດ້ານການເຮັດທຸລະກຳ ຂອງໂລກໃນຍຸກໃໝ່ ແລະ ການມາຂອງເທັກໂນໂລຢີ່ໃໝ່ທີ່ກຳລັງມາແຮງໃນປະຈຸບັນຢ່າງເຊັ່ນ Blockchain. Blockchain ແມ່ນເທັກໂນໂລຢີໃນຮູບແບບ data platform ທີ່ຊ່ວຍໃນການ ສ້າງ, ເກັບກຳ ແລະ ບັນທຶກຂໍ້ມູນ ຫຼື…
IT ການແກ້ Virus ເຊື່ອງ Folder 26 Jun 201826 Jun 2018 1 ກ່ອນອື່ນໝົດໃຫ້ເຮົາກົດປຸ່ມ Windows + R ມັນກໍ່ຈະໂຊໜ້າຕ່າງ ຂຶ້ນມາ ຫລື ກົດແຕ່ປຸ່ມ Windows ກໍ່ໄດ້ 2 ໃຫ້ເຮົາພິມໃສ່ວ່າ cmd ໃນໜ້າຕ່າງຂອງ Run ແລ້ວກົດປຸ່ມ Enter ກໍ່ຈະປະກົດໜ້າຕ່າງຂອງ DOS ຂື້ນມາ 3 ເມື່ອເປີດໜ້າຕ່າງຂອງ DOS ມາແລ້ວ ໃຫ້ເຮົາ ສຽບ USB ເຂົ້າ ຫຼັງຈາກນັ້ນ…
IT E-commerce ແມ່ນຫຍັງ?? 29 May 201829 May 2018 ໃນປະຈຸບັນກະແສການຊື້ຂາຍເຄື່ອງອອນໄລນ໌ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ເພາະປະຢັດເວລາ ສະດວກ ແລະ ວ່ອງໄວ ດັ່ງນັ້ນເມື່ອເວົ້າເຖີງການຊື້ຂາຍເຄື່ອງອອນໄລນ໌ ທຸກຄົນຄົງຈະຄຸ້ນເຄີຍກັນເປັນຢ່າງດີຈົນກາຍເປັນເລື່ອງທຳມະດາໄປແລ້ວ. ແຕ່ຖ້າເວົ້າເຖີງ E-commerce ຂຶ້ນມາ ຫຼາຍຄົນອາດຈະງົງ ແລະ ສົງໃສວ່າ ຄືອີ່ຫຍັງ ກ່ຽວຂ້ອງກັບການຊື້ຂາຍສິນຄ້າອອນໄລນ໌ແນວໃດ ແລະ ມີປະໂຫຍດຫຍັງແນ່ໃດ......? E-commerce ແມ່ນຫຍັງ......? E-commerce ມາຈາກຄໍາວ່າ “ Electronic Commerce ” ຫຼື ເອີ້ນວ່າ “ ການຄ້າທາງເອເລັກໂຕຣນິກ ”…