Skip to content
ທຸກມື້ນີ້ການເກີດຂື້ນຂອງຮ້ານອາຫານຂະໜາດນ້ອຍ, ບໍ່ວ່າຈະເປັນຮ້ານເຝີ, ເຊີ່ງເປັນຮ້ານອາຫານທີ່ມີປະລິມານຫຼາຍທີ່ສຸດ, ຮ້ານອາຫານຕາມສັ່ງ, ຮ້ານເຂົ້າຂາໝູ ແລະ ອີກຫຼາຍໆຮ້ານຕ່າງຕ້ອງອາໃສປັດໃຈການວິເຄາະທີ່ຄ້າຍໆກັນ ເພື່ອນຳໄປສູ່ຄວາມສຳເລັດຊື່ງວິທີວິເຄາະມີດັ່ງຕໍ່ໄປນີ້: ການເລືອກສະຖານທີ : ເພື່ອບໍ່ໃຫ້ພາດ ວິທີການເລືອກສະຖານທີບໍ່ໄດ້ໝາຍຄວາມວ່າມັກບ່ອນໃດກໍ່ສາມາດທີ່ຈະໄປເປີດໄດ້ເລີຍ. ສະຖານທີມີຄົນຫຼາຍໆກໍ່ບໍ່ສາມາດກະລັນຕີໄດ້ວ່າເຮົາຈະປະສົບຜົນສຳເລັດ ດັ່ງນັ້ນ, ເຮົາຕ້ອງສັງເກດການໃຫ້ຊັດເຈນ ຫຼັກການຂັ້ນ ພື້ນຖານຄືການໄປນັ່ງເຝົ້າເບີ່ງຄົນບໍລິເວນດັ່ງກ່າວຢ່າງໜ້ອຍ 7ມື້ ສັງເກດວ່າຄົນແຖວນັ້ນເປັນໃຜ, ເປັນພະນັກງານອ໊ອບຟິດ, ສາວໂຮງງານ, ໂຮງຮຽນນັກສຶກສາ ຫຼື ຢູໃນເຂດທີ່ມີຄົນອາໃສ. ເງິນທຶນ : ຕ້ອງມີການວາງແຜນດ້ານເງິນທຶນແບ່ງອອກເປັນ 2 ສ່ວນ, ສ່ວນແລກເປັນເງິນທຶນສຳລັບການເຊົ່າຮ້ານ,…